• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ຄວບຄຸມໂລກລະບາດ, ຮ່ວມຊີວິດຢ່າງປອດໄພ, ມີການດັດປັບຢ່າງຕັ້ງໜ້າ

      ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງກອງປະຊຸມທາງອອນລາຍຂອງ ຄະນະຊີ້ນຳແຫ່ງຊາດ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຕອນບ່າຍວັນທີ 17 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງ 3 ບັນຫາເຊິ່ງຫວຽດນາມຕ້ອງສຸມໃສ່ປະຕິບັດໃນໄລຍະຈະມາເຖິງ ນັ້ນແມ່ນ: ຄວບຄຸມສະພາຍການໃຫ້ເປັນຢ່າງດີ , ຮ່ວມຊີວິດກັບໂລກລະບາດເພື່ອພັດທະນາເສດຖະກິດ, ພ້ອມທັງດັດປັບວິຖິີຊີວິດຕາມທິດທາງຕັ້ງໜ້າ. 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ຕາມທ່ານ ຫວູດຶກດາມແລ້ວ, ຫວຽດນາມພວມຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ທ່ານກ່າວວ່າ:
        ໃນຈຸດເວລານີ້, ພວກເຮົາຕ້ອງກຳນົດ 3 ບັນຫາ. ບັນຫາທີ 1 ແມ່ນສືບຕໍ່ປະຕິບັດວິທີການຕ່າງໆເພື່ອຄວບຄຸມໂລກລະບາດໃຫ້ໄດ້ເປັນຢ່າງດີ, ບໍ່ປະໃຫ້ແຜ່ລາມອອກສູ່ວົງກ້ວາງ. ບັນຫາທີ 2 ແມ່ນ ຕ້ອງກຳນົດວ່າ ໂລກລະບາດຍັງແກ່ຍາວຈົນຮອດເວລາໃດ ທີ່ໂລກສາມາດຊອກຫາໄດ້ຢາວັກຊິນ ຫຼື ຢາປິ່ນປົວ. ຍ້ອນໂລກລະບາດຍັງແກ່ຍາວ, ດັ່ງນັ້ນ ພວກເຮົາຕ້ອງຮ່ວມ ຊີວິດຢ່າງປອດໄພເພື່ອພັດທະນາ. ບັນຫາທີ 3 ແມ່ນ ພວກເຮົາຕ້ອງຊຸກຍູ້ການປ່ຽນແປງ ແລະ ດັດປັບ ເຊິ່ງເປັນສິ່ງແຕ່ກ່ອນມາຮອດປັດຈຸບັນພວກເຮົາຍັງຢາກຈະຊຸກຍູ້, ປ່ຽນແປງ ແລະ ດັດປັບແຕ່ວ່າຍັງຄົງຊັກຊ້າຢູ່.
        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ພາຍຫຼັງການດຳເນີນແຍກຫ່າງໃນສັງຄົມມາເປັນເວລາ 2 ອາທິດຕາມຂໍ້ຕົກລົງເລກທີ 16 ຂອງ ນາຍົກລັດຖະມົນຕີ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກຢູ່ ຫວຽດນາມໄດ້ຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ຕ້ອງສືບຕໍ່ຜັນຂະຫຍາຍບັນດາຫຼັກການປ້ອງກັນ, ສະກັດກັ້ນໂລກລະບາດເພື່ອບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ວົງກ້ວາງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top