• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຊີ້ນຳວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ຕຽນຢາງ

      ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ການນຳບາງກະຊວງ, ຂະແໜງການສູນກາງ ໄດ້ໄປຊີ້ນຳວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງຕຽນຢາງ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ
      ຕາມສູນຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງຕຽນຢາງແລ້ວ, ປັດຈຸບັນ ໂລກລະບາດທີ່ທິດທາງຫຼຸດລົງ. ປັດຈຸບັນ, ທົ່ວແຂວງມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 9.000 ຄົນ (ກວມເອົາເກືອບ 73% ເມື່ອທຽບໃສ່ກັບຜູ້ຕິດເຊື້ອ), ອັດຕາຜູ້ເສຍຊີວິດ ແມ່ນ 2,5%. ໃນ 7 ວັນຜ່ານນມາ, ມີ 4 ໃນຈຳນວນ 11 ເມືອງ, ເທດສະບານໃນແຂວງ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ໃນຊຸມຊົນ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນ ຂອງແຂວງຕຽນຢາງ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ ໃນໄລຍະຜ່ານມາ. ທ່ານ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ແຂວງ ສືບຕໍ່ມານະພະຍາຍາມຮັກສາແຕ່ລະຕະແສງ, ເມືອງ, ເທດສະບານ ສືບຕໍ່ຕິດຕາມສະພາບການໂລກລະບາດໂຄວິດ - 19 ເພື່ອກັບຄືນສູ່ສະພາບການເປັນປົກກະຕິໃໝ່.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top