• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ

ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສຢູ່ພາກພື້ນ ແລະ ໃນໂລກ, ພິເສດແມ່ນອາຊຽນ


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ແລະທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ 

(ພາບ:TTXVN)

ວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການເຈລະຈາກັບທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ. ທີ່ການເຈລະຈາ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສຢູ່ພາກພື້ນ ແລະ ໃນໂລກ, ພິເສດແມ່ນອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່່າ ຫວຽດນາມຕີລາຄາສູງບົດບາດຂອງສິງກະໂປໃນຖານະເປັນປະທານອາຊຽນປີ 2018 ດ້ວຍຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ” ພ້ອມທັງຢັ້ງຢືນວ່າ ຫວຽດນາມສະໜັບ ສະໜູນ ແລະ ສົມທົບກັບສິງກະໂປ ໃນການປະຕິບັດບັນດາເປົ້າໝາຍ ແລະ ບຸລິມະສິດທີ່ໄດ້ວາງອອກ.

        ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີສອງທ່ານ ໄດ້ເຫັນດີນໍາກັນວ່າ ຄວນຮັກສາຫຼັກໝັ້ນລວມ ແລະ ບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບ, ສືບຕໍ່ສະແດງບັນດາທັດສະນະດັ່ງກ່າວໃຫ້ຄົບຖ້ວນໃນເອກະສານຂອງກອງປະຊຸມ, ຖືວ່າ ບັນດາປະເທດຕ້ອງຮັບປະກັນປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ລວມທັງບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ກໍຄືຂໍ້ກໍານົດກ່ຽວກັບການຄວບຄຸມ, ບໍ່ມີບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼືເພີ່ມຄວາມຂັດແຍ້ງກັນ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ທ່ານ Vivian Balakrishman ລັດຖະມົນຕີການຕ່າງປະເທດສິງກະໂປ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານສິງກະໂປ ກ່ຽວກັບບັນດາຫຼັກການເຄື່ອນໄຫວຂອງສູນຮ່ວມມືຫວຽດນາມ - ສິງກະໂປ.

ແລະກໍ່ໃນຂອບເຂດການຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ຕອນບ່ານວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ.

        ທີ່ການພົບປະກັບທ່ານປະທານາທິບໍດີສິງກະໂປ Halimah Yacob. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງເລື່ອງ ສິງກະໂປ ຍາມໃດກໍ່ແມ່ນຄູ່ຄ້າ, ຄູ່ຮ່ວມມືແຖວໜ້າຂອງຫວຽດນາມ; ຢືນຢັນວ່າ ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາຄູ່ຮ່ວມມືສິງກະໂປ ເພື່ອແນໃສ່ຮັກສາທ່າພັດທະນາ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ສິງກະໂປ ຄົ້ນຄວ້າ, ຊຸກຍູ້ການຫັນປ່ຽນຈາກການລົງທຶນ ໄປສູ່ບັນດາຂະແໜງທີ່ນຳໃຊ້ເຕັກໂນໂລຊີ ແລະ ພູມປັນຍາສູງ, ເໝາະສົມກັບການປະຕິວັດອຸດສາຫະກຳ 4.0.

        ແລະກໍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສິງກະໂປ (01 ສິງຫາ 1973 – 01 ສິງຫາ 2018), ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຝາກຈົດໝາຍອວຍພອນເຖິງບັນດາການນຳສິງກະໂປ.

(ແຫຼ່ງຄັດຈາກ VOV)


ຊຸກ​ຍູ້ກ​ານ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ຫວຽດ​ນາມ ຈີນ

ຊຸກ​ຍູ້ກ​ານ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ຫວຽດ​ນາມ ຈີນ

ທ່​ານຟ້າມ​ຢາ​ຕຸກ​ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສະ​ເໜີ​ ຈີນ​ສ້າງ​ເງື່ອນ​ໄຂ​​ທີ່ສະ​ດວກກວ່າ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຈີນ, ສື​ບ​ຕໍ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່​ຽວ​ກັບ​ການກັກ​ກັນ​ພະ​ຍາດ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ.

Top