• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ສິງກະໂປ


ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ 
ແລະ ທ່ານ Goh Chok Tong ລັດຖະມົນຕີ​ກິດ​ຕິ​ມະ​ສັກ​ຂັ້ນ​ສູງ ສິງກະ​ໂປ
(ພາບ: TTXVN)
      ຕອນ​ບ່າຍ​ວັນ​ທີ 30/08 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ອອກ​ຈາກ​ນະຄອນຫລວງ ສິງກະ​ໂປ ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສ.​ສິງກະ​ໂປ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາ​ທິບໍດີ Tony Tan Keng Yam.
        ​ແລກ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Goh Chok Tong ລັດຖະມົນຕີ​ກິດ​ຕິ​ມະ​ສັກ​ຂັ້ນ​ສູງ ສິງກະ​ໂປ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ຄວາມນັບຖື​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Goh Chok Tong ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ ຫວຽດນາມ - ສິງກະ​ໂປ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ສິງກະ​ໂປ ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງແຮງ ​ໂດຍ​ຜ່ານ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ. ສິງກະ​ໂປ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ ​ແລະ ລົງທຶນ​ແຖວ​ໜ້າ​ຂອງ ຫວຽດນາມ. ທ່ານ​ລັດຖະມົນຕີ Goh Chok Tong ກໍ່​ແມ່ນຜູ້​ສ້າງ​ພື້ນ​ຖານ​ໃຫ້​ເລື່ອງ​ຍົກລະດັບການ​ພົວພັນ 2 ປະ​ເທດ​​ໃຫ້ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013. ທ່ານ​ປະທານ​ປະ​ເທດ ​ກໍ່ເຊື່ອ​ໝັ້ນວ່າ: ການ​ພົວພັນ 2 ຝ່າຍ ຫວຽດນາມ - ສິງກະ​ໂປ ຈະ​ນັບ​ມື້​ນັບ​ໃກ້ຊິດ​ຕິດ​ແທດ, ​ເຂັ້ມ​ແຂງ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ປະສິດທິ​ຜົນ.
        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້ມີ​ການ​ເຮັດ​ວຽກ​ກັບທ່ານ ​ແສວ​ຈືສຽນ ຮອງ​ນາຍົກລັດຖະມົນ​ຕີ ສິງກະ​ໂປ ຜູ້​ຮັບຜິດຊອບ​ການປະສານ​ງານ​ກ່ຽວກັບ​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ. ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ແສວ​ຈືສຽນ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງກ້ວາງ​ຂວາງ​ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ສຳຄັນ​ເຂົ້າ​ການ​ເພີ່ມ​ທະວີຄວາມ​ສະໜິດ​ຕິດ​ພັນ, ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ.
 (ແຫຼ່ງຄັດຈາກ VOV)
                                                                                            

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top