• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບກະສັດບຣູໄນ


ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah Muizzaddin Waddaulah

      ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ບ​ຣູ​ໄນ​, ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah Muizzaddin Waddaulah ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ທີ່​ການ​ເຈ​ລະ​ຈາ, ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ​ຄື​ຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ສອງ​ຝ່າຍ​ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢູ່​ຫວຽດ​ນາມ ໂດຍ​ໄວ ເພື່ອ​ບັນ​ລຸ​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 500 ລ້ານ USD ໃນ​ປີ 2025. ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ມີ​ບາດ​ກ້າວ​ພັດ​ທະ​ນາ ແລະ ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​​ບັນ​ດາຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຄື: ກະ​ສິ​ກຳ, ສິນ​ໃນ​ນ້ຳ, ແຮງ​ງານ, ທ່ອງ​ທ່ຽວ … ການ​ນຳ​ສອງ​ທ່ານ​ໄດ້​ຊົມ​ເຊີຍ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ກາ​ນ​ຄ້າ ພ້ອມ​ທັງ​ເຫັນ​ດີ ມອບ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ອື່ນຈຳ​ນວນ​ຫນຶ່ງ​ໂດຍ​ໄວ. ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ການ​ນຳ​ສອງ​ທ່ານ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ, ສາ​ກົນ ແລະ​ເຫັນ​ດີ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ​ແລະ​ສາ​ກົນ, ເປັນ​ຕົ້ນ​ໃນ ອາ​ຊຽນ ແລະ ສ​ປ​ຊ.  ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ເນັ້ນ​ຫນັກ​ເຖິງ​ຄວ​າມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແລະ​ເຫັນ​ດີ ຊຸກ​ຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັ​ນ​ຕິ​ວິ​ທີ.
ຖ​ະ​ແຫລງ​ການ​ຮ່ວມ​ຫວຽດ​ນາມ - ບ​ຣູ​ໄນ
      ແລະ​ກໍ​ໃນ​ໂອ​ກາດ​ຢ້ຽມ​ຢາມ ບ​ຣູ​ໄນ​ຂອງ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ, ຫວຽດ​ນາມ ແລະ ບ​ຣູ​ໄນ ໄດ້​ອອກ​ຖະ​ແຫລງ​ກາ​ນ​ຮ່ວມ, ໃນ​ນັ້ນ ໄດ້​ຊີ້​ແຈ້ງວ່າ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢ​າມ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ບັນ​ດາ​ບັນ​ຫາ​ພາ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃນ​ບັນ​ຍາ​ກາດ​ໄມ​ຕິ​ຈິດ​ມິດ​ຕະ​ພາບ. ການ​ນຳ​ສອງ​ທ່ານ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄາ ແລະ ການ​ລົງ​ທຶນ, ພິ​ເສດ​ແມ່ນ​ພະ​ລັງ​ງານ, ກະ​ສິ​ກຳ ແລະ ການ​ປະ​ມົງ, ການ​ສຶກ​ສາ, ແຮງ​ງານ, ບໍ​ລິ​ການ​ການ​ບິນ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ປ້ອງ​ກັນ​ຊາດ. ການ​ນຳ​ສອງ​ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຮັບ​ຮູ້​ບົດ​ບາດ​ຕັ້ງ​ຫນ້າ​ຂອງ ບ​ຣູ​ໄນ​ໃນ​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ. ການ​ນຳ​ສອງ​ທ່ານ ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ, ໃນ​ນັ້ນ ລວມ​ມີ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຜ່ານ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຄົບ​ຖ້ວນ. ເພື່ອ​ບັນ​ລຸ​ຄາດ​ໝາຍນີ້ ສອງ​ຝ່າຍ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໃນ​ພາກ​ພື້ນ​ໂດຍ​ສັນ​ຕິ​ວິ​ທີ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top