• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈືອງເຕິ໋ນຊາງ ເຂົ້າຮ່ວມວັນບຸນ“ສີສັນລະດູບານໃໝ່ໃນທົ່ວປະເທດ”

( ທ່ານປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມວັນບຸນ
ສີສັນລະດູບານໃໝ່ໃນທົ່ວປະເທດ )
ຕອນ​ບ່າຍ​ວັນ​ທີ 18/2, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຜູ້ຕາງໜ້າ​ບັນດາ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບ້ານ​ວັດທະນະທຳ ທ່ອງ​ທ່ຽວບັນດາ​ເຜົ່າ ຫວຽດນາມ ຢູ່ ດົ່ງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຮ່ວມ​ວັນ​ບຸນ “ສີສັນ​ລະດູບານ​ໃໝ່​ໃນ​ທົ່ວ​ປະ​ເທດ“ ປີ 2016. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ລົງ​ທົ່ງ​ຂອງ​ຊາວ​ເຜົ່າ​ໄຕ ​ເພື່ອ​ພາວະນາ​ຂໍ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ​​ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​ໄດ້​ພົບ​ປະ ​ແລະ ​ເຂົ້າ​ຮ່ວມ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຫວັງ​ວ່າ, ປະຊາ​ຄົມ​ບັນດາ​ເຜົ່າ​ອ້າຍ​ນ້ອງ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ລ້ວນ​ແຕ່​ມີ​ຊີວິດ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ.
        “ປະຈຸ​ບັນ, ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ແຮງ, ຮອບດ້ານ ແລະ ຄົບ​ຊຸດ, ອັນ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ເປັນ​ເອກະ​ພາບ​ດ້ານ​ເຈດ​ຈຳນົງ ແລະ ການ​ກະທຳ​ຂອງ​ບັນດາ​ເຜົ່າ​ອ້າຍ​ນ້ອງ, ຮຽກຮ້ອງ​ໃຫ້​ຊາວ​ຫວຽດນາມ​ທຸກ​ຄົນ, ເຖິງ​ວ່າ​ຈະ​ແມ່ນ​ຊົນ​ເຜົ່າ​ໃດ​ກໍ່​ຕ້ອງ​ມານະ​ພະຍາ​ຍາມ​ສູ້​ຊົນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ປະກອບສ່ວນ​ກໍ່ສ້າງ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ຮັກສາ​ປະ​ເທດ​ຫວຽດນາມ​ທີ່​ສວຍ​ງາມ​ໃຫ້​ສົມ​ກັບ​ຄຸນງາມຄວາມດີ​ຂອງ​ລຸ້ນກ່ອນ ແລະ ເຮັດ​ຫຼ້ອນ​ໜ້າ​ທີ່​ຕໍ່​ລຸ້ນຕໍ່ໆ​ໄປ“.
(ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top