• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

(ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງຢ້ຽມ​ຢາມ,
ອວຍ​ພອນ​ບຸ​ນ​ເຕັດ​ໃນ​ໂອ​ກາດ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່)
        ຄ່ຳ​ຄືນວັນ​ທີ 27/01 (ກົງ​ກັບ​ວັນ​ທີ 30 ບຸນ​ເຕັດ), ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ພ້ອມ​ກັບ​ການ​ນຳ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ ແລະ ກວດ​ກາ​ວຽກ​ງານປະ​ຈຳ​ການ, ປະ​ຈຳ​ການ​​ສູ້​ຮົບເພື່ອ​ບັນ​ຊາ​​ຮັບ​ປະ​ກັນ​ຄວາມສະ​ຫ​ງົບ​ປອດ​ໄພບຸນ​ເຕັດ​ປີ​ລະ​ກາ ຂອງ​ກຳ​ລັງ​ຕຳ​ຫຼວດ​ຜ່ານ​ລະ​ບົບ​ໂທ​ລະ​ພາບ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເລື່ອງ​ຈັດ​ຕັ້ງວຽກ​ງານປະ​ຈຳ​ການ, ປະ​ຈຳ​ການ​ສູ​້​ຮົບ​ເພື່ອ​ບັນ​ຊາ​​ຂອງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ​ໃນ​ຊຸນ​ມື້​ຜ່ານ​ມາ, ພ​້ອມ​ທັງ​ສະ​ເໜີ​ກຳ​ລັງ​ຕຳ​ຫຼວດ​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງວຽກ​ງານປະ​ຈຳ​ການ​ເພື່ອ​ບັນ​ຊາ​, ປະ​ຈຳ​ການ, ປະ​ຈຳ​ການ​​ສູ້​ຮົບ, ກຽ​ມ​ພ້ອມ​ບັນ​ດາ​ວິ​ທີ​ການ​ເພື່ອ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ​ບັນ​ດາ​ເຫດ​ການ​ໂດຍ​ບັງ​ເອີນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸ​ນ​ເຕັດ ໃນ​ຄວາມ​ສະ​ຫງົບ​ສຸກ. ເມື່ອ​ມາ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄ​ອນ​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​​ເທດ ເຊື່ອ​ໝັ້ນ​ວ່າ, ກ້າວ​ເຂົ້າ​ສູ່​ປີ​ໃໝ່ 2017, ອຳ​ນາດ​ກາ​ນ​ປົກ​ຄອງ​ຂອງ​ຮ່າ​ໂນ້ຍ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊືອ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ, ນະ​ຄອນ​​ຫຼວງວິ​ລະ​ຊົນ, ນະ​ຄອນ​ແຫ່ງ​ສັນ​ຕິ​ພາບ, ເພື່​ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.
        ແລະ​ກໍ​ໃນ​ຕອນ​ຄ່່ຳ​ວັນ​ທີ 28/01, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກ​ວາງ ໄດ້​ໄປ​ຢ້ຽ​ມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ພາ​ລະ​ກອນ​ໂຮງ​ໝ​ໍຫຼາຍ​ຂະ​ແໜງ ແຊນ​ຟອນ, ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ຄົນ​ເຈັບຈຳ​ນວນ​ໜຶ່ງ​ທີ່​ພວມ​ປິ່ນ​ປົວຢູ່​ໂຮງ​ໝ​ໍ, ຢ້ຽ​ມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ໜ່ວຍ​ກຳ​ມະ​ກອນ​ສິ່ງ​ແວດ​ລ້ອມ​ເລກ 5.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top