• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊວັນຟຸກ: ບັນດາການຄົ້ນຄວ້າກ່ຽວກັບລັດແຫ່ງອຳນາດນິຕິບັນຍັດຕ້ອງໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່

ແຜນຮ່າງແມ່ນບົດປະພັນວິທະຍາສາດມີລັກສະນະຕົວຈິງຢູ່ຫວຽດນາມ, ສ່ອງແສງແນວທາງ, ໂຄງການການເມືອງ ແລະ ລັດຖະທຳມະນູນ 2013, ໃນນັ້ນເນັ້ນໜັກເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະຍາວຮອດປີ 2030, ວິໄສທັດຮອດປີ 2045.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ. (ພາບ: TTXVN)

ຕອນບ່າຍວັນທີ 09 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ແຜນຮ່າງແມ່ນບົດປະພັນວິທະຍາສາດມີລັກສະນະຕົວຈິງຢູ່ຫວຽດນາມ, ສ່ອງແສງແນວທາງ, ໂຄງການການເມືອງ ແລະ ລັດຖະທຳມະນູນ 2013, ໃນນັ້ນເນັ້ນໜັກເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະຍາວຮອດປີ 2030, ວິໄສທັດຮອດປີ 2045. ສະນັ້ນ, ບັນດາເນື້ອໃນຕ້ອງຮັບປະກັນລັກສະນະການເມືອງ, ທິດສະດີ ແລະ ພຶດຕິກຳຕົວຈິງ. ທ່ານປະທານປະເທດ ໄດ້ຮຽກຮ້ອງວ່າ:

        “ການຄົ້ນຄວ້າສ້າງບັນດາຫົວເລື່ອງສະເພາະຕ້ອງເອົາລັດທະ ມາກ-ເລນິນ, ແນວຄິດປະທານໂຮ່ຈີມິນ ເປັນພື້ນຖານໃຫ້ແກ່ແນວຄິດ, ຕິດພັນຢ່າງໃກ້ຊິດກັບບັນດາທັດສະນະແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ; ສືບທອດບັນດາຜົນງານທີ່ບັນລຸໄດ້ໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ເຊິ່ງພວກເຮົາບັນລຸຜົນສຳເລັດຫຼາຍຢ່າງ. ລັດຫວຽດນາມ ໂດຍປະຊາຊົນ, ເພື່ອປະຊາຊົນ, ເປົ້າໝາຍສູງສຸດຂອງລັດແມ່ນເພື່ອປະຊາຊົນ. ສະນັ້ນ, ຕ້ອງຄົ້ນຄວ້າໂດຍພື້ນຖານຕ້ອງໄດ້ຍົກສູງຂຶ້ນລະດັບສູງໃໝ່ ເພື່ອຕິດພັນກັບສະພາບຕົວຈິງໃນປະຈຸບັນເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນເປັນຢ່າງດີກວ່າ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top