• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ

      ຕອນບ່າຍວັນທີ 31 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບໂດຍທ່ານ Bernd Lange , ປະທານກຳມະທິການເປັນຫົວໜ້າຄະນະ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກແລະທ່ານ Bernd Lange ປະທານກຳມະທິການ 
(ພາບ: TTXVN)
      ນະທີ່ນີ້, ທ່ານ Bernd Lange ໃຫ້ຮູ້ວ່າ ເດືອນກຸມພາ 2020 ລັດຖະສະພາເອີລົບຈະພິຈາລະນາບ່ອນປັດຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - EU ແລະ ອາລັກຂາ ການລົງທຶນ ຫວຽດນາມ - EU  ເຊິ່ງ ຫວຽດນາມ ແລະ EU ໄດ້ລົງນາມ. EU ກໍ່ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນເວທີຫຼາຍຝ່າຍ ເປັນຕົ້ນແມ່ນໃນປີ 2020 ຫວຽດນາມ ເປັນປະທານອາຊຽນ ແລະ ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ ປີ 2020 – 2021. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງ ຄວາມໝາຍເສດຖະກິດຍຸດທະສາດຂອງສັນຍາການຄ້າເສລີ ຫວຽດນາມ - EU ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU ສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ EU ກໍ່ຄື ເລື່ອງຊຸກຍູ້ທ່າອ່ຽງຮ່ວມສຳພັນເປີດ, ໂປ່ງໃສ ແລະ ອີງໃສ່ກົດໝາຍ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top