• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ຕອນບ່າຍວັນທີ 10 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 

ທີ່ການເຮັດວຽກ (ພາບ: TTXVN)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ປະຈຸບັນ ຄວາມຕ້ອງການຂອງນັກຊ່ຽວຊານ, ແຮງງານທີ່ມີສີມືເຕັກນິກສູງ, ນັກລົງທຶນຕ່າງປະເທດຢາກເຂົ້າມາ ຫວຽດນາມ ແມ່ນຫລາຍທີ່ສຸດ. ສະນັ້ນ, ຖ້າບໍ່ມີວິທີການແກ້ໄຂເປັນຢ່າງດີ ແລະ ວ່ອງໄວນັ້ນ ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ຄວາມຄືບໜ້າໃນການປະຕິບັດໂຄງການ, ການຈັດຕັ້ງດຳເນີນທຸລະກິດ, ການຟື້ນຟູເສດຖະກິດ. ທີສອງແມ່ນ, ຄວາມຕ້ອງການກັບມາປະເທດຂອງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ເປັນຕົ້ນແມ່ນຜູ້ມີອາຍຸສູງ, ເດັກນ້ອຍ, ນັກສຶກສາ, ຊາວຜູ້ອອກແຮງງານ…ສະນັ້ນ ຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ເຂົາເຈົ້າໄດ້ກັບມາປະເທດ ບົນເນື້ອໃນຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແໜ້ນແຟ້ນ, ເປີດເຜີຍ, ກະຈ່າງແຈ້ງ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ການນຳລັດຖະບານ, ບັນດາກະຊວງ, ຂະແໜງການ ຈົ່ງປຶກສາຫາລືບັນດາມາດຕະການ ປະຕິບັດເປົ້າໝາຍຄວບຄູ່: ປ້ອງກັນ, ສະກັດກັ້ນໂລກລະບາດ ບໍ່ອາດລະເຫຼີງ ແຕ່ເປີດປະຕູໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວ ເພື່ອພັດທະນາເສດຖະກິດ-ສັງຄົມ ຍ້ອນທັງ 2 ຝ່າຍລ້ວນແຕ່ມີຄວາມຕ້ອງການ. ພ້ອມກັນນັ້ນ, ຄວນໂຄສະນາຢ່າງເປີດເຜີຍ, ກະຈ່າງແຈ້ງ ເພື່ອໃຫ້ປະຊາຊົນທຸກຄົນຮັບຮູ້ແຜນນະໂຍບາຍຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ; ເພື່ອໃຫ້ທຸກຄົນມີຄວາມອຸ່ນອ່ຽນໃຈ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top