• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ

ຕອນບ່າຍວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆ.

ທີ່ການພົບປະ (ພາບ: VGP)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີໄດ້ຍົກອອກໃຫ້ເຫັນຈິດໃຈທີ່ວ່າ ພັກ, ລັດ, ປະຊາຊົນມີການປະສານກົມກຽວ, ສາມັກຄີ, ເປັນເອກະພາບນຳກັນນັ້ ຈະສ້າງເປັນກຳລັງແຮງ. ພະນັກງານຕ້ອງປະຕິບັດນະໂຍບາຍກົດໝາຍຢ່າງຖືກຕ້ອງ, ເປັນຢ່າງດີ, ເປັນແບບຢ່າງເພື່ອຮັບໃຊ້ປະຊາຊົນ, ພ້ອມທັງໂຄສະນາ, ຂົນຂວາຍປະຊາຊົນປະຕິບັດໃຫ້ເປັນຢ່າງດີ. ບັນຫາເຫຼົ່ານີ້ ມີຄວາມສຳຄັນເປັນຢ່າງຍິ່ງສຳລັບປະເທດທີ່ມີຫລາຍສາສະໜາ, ຫລາຍພາກສ່ວນ, ຫລາຍຊົນເຜົ່າ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມສືບຕໍ່ໂຄສະນາບັນດານະໂຍບາຍ, ກົດໝາຍ; ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດກັບປະຊາຊົນເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແນໃສ່ສ້າງພື້ນຖານປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມໄດ້ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top