• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ

ຕອນເຊົ້າວັນທີ 15 ຕຸລາ, ຢູ່ເມືອງ ຖຸຍງວຽນ, ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ, ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

(ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງນະຄອນຫາຍຟ່ອງ ໃນໄລຍະຜ່ານມາໄດ້ມີການເຕີບໂຕຢ່າງໄວ, ການສົ່ງອອກເພີ່ມຂຶ້ນຢ່າງແຮງ, ມີຫຼາຍກິດຈະກຳໃຫຍ່ໄດ້ຮັບການຜັນຂະຫຍາຍ… ພ້ອມກັບຄວາມເອົາໃຈໃສ່ພັດທະນາເຂດຕົວເມືອງ, ທາງນະຄອນໄດ້ເອົາໃຈໃສ່ລົງທຶນໃຫ້ແກ່ຂົງເຂດກະສິກຳ, ຊົນນະບົດ, ໃນນັ້ນມີເລື່ອງກໍ່ສ້າງຊົນນະບົດໃໝ່.

        “ຂະບວນການຂອງເມືອງ ຖຸຍງວຽນ ໄດ້ຮັບການຕີລາຄາສູງ, ນີ້ແມ່ນເມືອງທີ່ມີຈຳນວນພົນລະເມືອງຫຼາຍ ດ້ວຍກຳມະກອນ 350.000 ຄົນ, ມີຫຼາຍເຂດອຸດສາຫະກຳ, ມີຫຼາຍໂຄງການ FDI, ໄລ່ຮອດປີ 2012 ໄດ້ມີກວ່າ 35 ຕາແສງບັນລຸມາດຖານຊົນນະບົດໃໝ່, ພິເສດແມ່ນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ບັນດາກິດຈະກຳພື້ນຖານໂຄງລ່າງຢູ່ເມືອງກໍ່ໄດ້ຮັບການລົງທຶນກໍ່ສ້າງ. ຂ້າພະເຈົ້າຄິດວ່າ, ນັ້ນແມ່ນການວາງແຜນທີ່ຖືກຕ້ອງ, ໄດ້ຮັບການຄົ້ນຄວ້າເພື່ອເມືອງ ຖຸຍງວຽນ ພັດທະນະຄອນໃນອະນາຄົດອັນໃກ້ໆນີ້”.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍກໍ່ສ້າງຊົນນະບົດໃໝ່ຢູ່ຫາຍຟ່ອງ.

(ແຫຼ່ງຄັດຈາກ VOV)
 

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top