• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ ປະຈໍາເດືອນ ມີນາ ຂອງ ລັດຖະບານ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ ຂອງ ລັດຖະບານ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ
ຂອງ ລັດຖະບານ (ພາບ: chinhphu.vn)
      ຕອນເຊົ້າວັນທີ 2 ເມສາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈໍາເດືອນມີນາ ຂອງ ລັດຖະບານ. ໃນໄຕມາດ 1 ປີ 2019, ເສດຖະກິດ-ສັງຄົມຂອງຫວຽດນາມ ບັນລຸໝາກຜົນຢ່າງຕັ້ງໜ້າ. ໃນນັ້ນ, GDP ຂອງໄຕມາດ 1 ແມ່ນເພີ່ມຂຶ້ນພໍສົມຄວນ ເຊິ່ງບັນລຸ 6,79%; ເສດຖະກິດມະຫາພາກເປັນປົກກະຕິ; ດັດສະນີລາຄາໃຊ້ສອຍໃນເດືອນ ມີນາ ຫຼຸດລົງ 0,21%, ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນເກືອບ 31%, ຈໍານວນວິສາຫະກິດສ້າງຕັ້ງໃໝ່ບັນລຸຫຼາຍກວ່າ 28,4 ພັນແຫ່ງ ໂດຍເພີ່ມຂຶ້ນທັງດ້ານຈໍານວນວິສາຫະກິດ ແລະ ຈໍານວນທຶນ. ກ່າວຄໍາເຫັນໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:                 ພວກເຮົາຕ້ອງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອບັນລຸ ແລະ ລື່ນກາຍຄາດໝາຍຂອງປີ 2019. ປີນີ້ ແມ່ນປີທີ່ພວກເຮົາປະຕິບັດຢ່າງກະໂດດຂັ້ນ. ລະດັບການເຕີບໂຕໃນໄຕມາດ 1 ຂອງປີ 2019 ເຖິງວ່າສູງກໍຕາມ ແຕ່ຍັງຕໍ່າກວ່າ ໄຕມາດ 1 ຂອງປີ 2018 ແລະ ການເຕີບໂຕໃນປີນີ້ ແມ່ນສິ່ງທ້າທາຍໜຶ່ງ ເພາະວ່າ ການເຕີບໂຕຂອງເສດຖະກິດໂລກພວມມີທ່າອ່ຽງຫຼຸດລົງ”.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top