• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ

ຕອນເຊົ້າວັນທີ 16 ທັນວາ, ທີ່ແຂວງ ກວາງນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ ແລະ ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ Thaco - ຈູລາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປະກາດການດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ (ພາບ:sggp.org.vn) 
 

ຕາງໜ້າລັດຖະບານ, ການນຳກະຊວງກໍ່ສ້າງ ຫວຽດນາມ ໄດ້ປະກາດຂໍ້ຕົກລົງດັດປັບແຜນຜັງເຂດເສດຖະກິດເປີດ ຈູລາຍ, ແຂວງ ກວາງນາມ ຮອດປີ 2035, ວິໄສທັດຮອດປີ 2050, ປະກາດໃຊ້ໃນຕົ້ນເດືອນ ທັນວາ 2018.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ Thaco- ຈູລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພາຍຫລັງ 15 ປີ, Thaco ໄດ້ນຳມາໃຫ້ເຂດດິນນີ້ມີມູນຄ່າເພີ່ມຂຶ້ນຢ່າງໃຫຍ່ຫລວງ, ສ້າງເຄື່ອງໝາຍການຄ້າໃຫຍ່ໃນຂະແໜງອຸດສາຫະກຳລົດໂອໂຕ ຫວຽດນາມ. ພິເສດແມ່ນ, ບໍລິສັດໄດ້ຖືວິທະຍາສາດເຕັກໂນໂລຊີເປັນຈຸດສຸມຂອງກຳລັງໜູນການພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ເຂດເສດຖະກິດເປີດ ຈູລາຍ ໄດ້ກາຍເປັນເຂດເສດຖະກິດທີ່ມີເຄື່ອງໝາຍການຄ້າ, ມີສະໜາມບິນ ຈູລາຍ, ມີທ່າກ່ຳປັ່ນສາກົນ, ເສັ້ນທາງຄວາມໄວສູງ…ດຶງດູດບັນດານັກລົງທຶນຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: Thaco – ຈູລາຍ ແມ່ນແບບຢ່າງດີເດັ່ນຂອງການຮ່ວມມືລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ, ເຊິ່ງແມ່ນບັນຫາພວກເຮົາພວມຊຸກຍູ້.

“ກ່ຽວກັບ Thaco ພວກເຮົາຄວນມີແຜນຄາດຄະເນຄວາມຕ້ອງການຂອງຕະຫລາດລົດໂອໂຕຫວຽດນາມ, ການເຕີບໂຕຢ່າງແຮງ ແຕ່ການຜະລິດລົດໂອໂຕຢູ່ພາຍໃນປະເທດເວົ້າລວມ ແລະ ຂະແຫນງອຸດສາຫະກຳຫນູນຊ່ວຍລົດໂອໂຕເວົ້າສະເພາະ ຕ້ອງປ່ຽນໃຫມ່ຫລາຍດ້ານ ດ້ວຍສິ່ງທ້າທາຍແກ່ງແຍ້ງ ແລະ ການເຊື່ອມໂຍງ. ພິເສດ ພວກເຮົາໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີໃຫມ່.  ສະນັ້ນ ພວກເຮົາຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ສ້າງເຄື່ອງໝາຍການຄ້າ, ຕັດສິນໃຈໃຫ້ພັດທະນາກວ່າອີກ.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top