• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກທີ່ສຸດໃນທົ່ວປະເທດ

ຕອນເຊົ້າວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມພິທີມອບຈຳນວນເງິນ 20 ຕື້ດົງ ທີ່ເກັບມາໄດ້ຜ່ານການຂາຍປະມູນໜ່ວຍບານ ແລະ ເສືຊຸດຂອງທິມບານເຕະ U23 ຫວຽດນາມ ໃຫ້ຜູ້ຕາງໜ້າ 20 ເມືອງທຸກຍາກທີ່ສຸດ ໃນທົ່ວປະເທດ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກ)
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ການນຳ 20 ເມືອງດັ່ງກ່າວ ຕ້ອງນຳໃຊ້ຈຳນວນເງິນນີ້ ເພື່ອກໍ່ສ້າງເຮືອນ 500 ຫຼັງໃຫ້ແກ່ຄົນມີຄຸນງາມຄວາມດີໃນການປະຕິວັດ, ຄົນທຸກຍາກ, ຮັບປະກັນຄວາມຍຸຕິທຳ, ກະຈາງແຈ້ງ, ຖືກເປົ້າໝາຍ ແລະສະແດງຈຸດປະສົງມະນຸດສະທຳ, ຄວາມງາມຢ່າງກະຈາງແຈ້ງຂອງການຂາຍປະມູນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ບັນດາແຂວງ, ນະຄອນ ສືບຕໍ່ປຸກລະດົມໃຫ້ທົ່ວສັງຄົມໃນການປະຕິບັດບັນດານະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ ຜູ້ທຸກຍາກທີ່ພວມກວມເອົາ 7% ຂອງພົນລະເມືອງ ໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top