• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານ Thomas Vallely


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
ຕ້ອນຮັບສາດສະດາຈານ Thomas Vallely

      ທີ່​ການ​ຕ້ອນຮັບ​ທ່ານ Thomas Vallely ສາດສະດາຈານ​ມະຫາວິທະຍາ​ໄລ Harvard ອາ​ເມ​ລິ​ກາ ​ໃນ​ຕອນ​ບ່າຍ​ວັນ​ທີ 10/01 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​: ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ຕ້ອງການ​ຮ່ວມ​ມື​ດ້ານ​ການສຶກສາ​ກັບ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນປະ​ເທດ​ທີ່ມີ​ພື້ນຖານ​ການ​ສຶກສາກ້າວໜ້າ​ແຖວ​ໜ້າ​ໃນ​ໂລກ. ທ່ານ​ນາຍົກລັດຖະ​ມົນຕີ​ ຕີ​ລາຄາ​ວ່າ 2 ຝ່າຍ​ໄດ້​ມານະ​ພະຍາ​ຍາມ​ແກ້​ໄຂພື້ນຖານ​ກ່ຽວ​ກັບລະບຽບ​ການ​ດ້ານນິຕິ​ກຳ​ຂອງ​ມະຫາວິທະຍາ​ໄລ Fulbright ຫວຽດນາມ. ຫວຽດນາມ ສະໜັບສະໜູນ​​ເລື່ອງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ມະຫາວິທະຍາ​ໄລ​ຕາມທຳນຽມ​ສາ​ກົນ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ 2 ຝ່າຍ​ຄວນ​ມານະ​ພະຍາຍາມ, ອອກ​ເຫື່ອ​ເທ​ແຮງ ​ເພື່ອ​ກໍ່ສ້າງ​ພື້ນຖານ​ວັດຖຸ​ຂອງ​​ໂຮງຮຽນ​ໃຫ້​ເໝາະ​ສົມ; ບັນດາ​ສາດສະດາ​ຈານ, ຄູ​ອາຈານ​ຂອງ​ໂຮງຮຽນ​ຕ້ອງ​ແມ່ນ​ຜູ້ທີ່​ດີ​ເດັ່ນ, ລະດັບ​ສາກົນ, ​ເພື່ອ​ນຳ ມະຫາວິທະຍາ​ໄລ Fulbright ຫວຽດນາມ ກາຍ​ເປັນ​ມະຫາວິທະຍາ​ໄລ​ແບບຢ່າງ​ຢູ່ ຫວຽດນາມ ​ໃນ​ອະນາຄົດ, ປະກອບສ່ວນ​ຊຸກຍູ້​ຂະ​ບວນການ​ເລີ່​ມດຳ​ເນີນ​ອາ​ຊິ​ບ.
        ສ່ວນ​ທ່ານ​ສາດສະດາຈານ Thomas Vallely ປາດ​ຖະໜາ​ວ່າ: ລັດ​ຖະບານ ຫວຽດນາມ ໜູນ​ຊ່ວຍ​ດ້ານ​ກົນ​ໄກ​ນະ​ໂຍບາຍຢ່າງ​ຕັ້ງໜ້າ. ຝ່າຍ ອາ​ເມ​ລິ​ກາ ພວມ​ສຸມ​ໃສ່​ສ້າງ​ກົນ​ໄກ​ບໍລິຫານ, ກົງຈັກມະຫາວິທະຍາ​ໄລ Fulbright ຫວຽດນາມ ຕາມ​ຮູບ​ແບບທັນ​ສະ​ໄໝ​ທີ່​ສຸດ ຄື​ສ້າງຮູບ​​ແບບກ່ຽວ​ກັບ​ດ້ານ​ການ​ເງິນ ​ເພື່ອ​ລະດົມ​ແຫຼ່ງກຳລັງ, ​​ອອກ​ແບບ ​ແລະ ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ເໝາະ​ສົມ​ກັບ​ຮູບ​​ແບບ​ຂອງ​ໂຮງຮຽນ; ປາດ​ຖະໜາ​ຢາກພັດທະນາ​ໂຮງຮຽນ​​ໃຫ້​ກາຍ​ເປັນ​ມະ​ຫາ​ວິທະຍາ​ໄລ​ແຖວ​ໜ້າ​ຢູ່​ພາກ​ພື້ນ ກໍ່​ຄື​ໃນ​ໂລກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top