• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສຳນັກຂ່າວສານ Yonhap ຂອງ ສ. ເກົາຫຼີ


ທ່ານປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສ​ຳ​ນັກ​ຂ່າວ​ສານ Yonhap 
Park No – hwang ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
 
      ຕອນ​ບ່າຍ​ວັນ​ທີ 9/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Park No – hwang, ປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສ​ຳ​ນັກ​ຂ່າວ​ສານ Yonhap ຂອງ ສ. ເກົາຫຼີ ​ທີ່ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: Yonhap ແລະ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ທຸກ​ດ້ານ, ປະ​ກອບ​ສ່ວນຫຼາຍ​ກ່​ວາ​ໃຫ້​ແກ່​ການ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ສ. ເກົ​າຫຼີ. ເນັ້ນ​ໜັກ​ວ່າ ປີ 2017 ແມ່ນ​ປີ​ທີ່ 2 ປະ​ເທດ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສ. ເກົາຫຼີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: Yonhap ເພີ່ມ​ທະ​ວີ​ການ​ສະ​ໜອງຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ ກ່​ວາ​ອີກ, ພິ​ເສດ​ແມ່ນ​ຜົນ​ງານ​ໃນ​ການ​ພົວ​ພັນ​ຂອງ 2 ປະ​ເທດ, ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ຂໍ້​ມ​ູນຂ່າວ​ກ່ຽວ​ກັບ​ໝາກ​ຜົນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ, ຜ່ານນັ້ນ​ປະ​ກອບ​ສ່ວນ​ດຶງ​ດູດ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ ສ. ເກົາຫຼີ ເຂົ້າ​ ຫວຽດ​ນາມ ກ່​ວາ​ອີກ.
        ສ່ວນ​ທ່ານ​ປະ​ທານ Yonhap Park No – hwang ໄດ້​ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຊາບກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ສຳ​ນັກ​ຂ່າວ​ສານ Yonhap ກັບ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ. 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ວິ​ຊາ​ການ, ສ​້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເປີດ​ກ້​ວາງ​ການ​ພົວ​ພັນ​ສົມ​ທົບ​ກັນ​ລະ​ຫວ່າງ​ສຳ​ນັກ​ຂ່າວ​ສານ 2 ​ປະ​ເທດເພື່ອ​ໂຄ​ສະ​ນາສະ​ພາບ​ການ​ເມືອງ, ສະ​ຖາ​ນະ​ການ​ການ​ເມືອງ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດກໍ່​ຄື​ໂຄ​ສະ​ນາ​ຮູບ​ພາບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ຫວຽດ​ນາມ ແລະ ສ. ເກົາຫຼີ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊັດ​ເຈນ ແລະ ທັນ​ການ​ກ່​ວາ​ອີກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top