• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີ Lloyd Austin ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin. (ພາບ: TTXVN)

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີ Lloyd Austin ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ແລະ ປະກອບສ່ວນນຳການພົວພັນຂອງ 2 ປະເທດໃຫ້ພັດທະນາຢ່າງແທດຈິງກວ່າ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍຈົ່ງປະຕິບັດຂໍ້ຕົກລົງກ່ຽວກັບແຜນການກະທຳດ້ານເງິນຕາໃນໄລຍະຢ່າງເຂັ້ມງວດ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດ ແລະ ບັນດາຂົງເຂດເຊິ່ງແມ່ນທ່າແຮງຂອງ 2 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຂອບໃຈ ອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ ແລະ ເຄື່ອງອຸປະກອນການແພດໃຫ້ແກ່ ຫວຽດນາມ ຜ່ານໂຄງການ COVAX ກໍຄືການພົວພັນ 2 ຝ່າຍ; ທ່ານປາດຖະໜາວ່າ ລັດຖະບານ ອາເມລິກາ ສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍວັກຊິນໃຫ້ແກ່ ຫວຽດນາມ ໃນໄລຍະໄວທີ່ສຸດ, ພິເສດ, ສ້າງເງື່ອນໄຂໃຫ້ບັນດາຄູ່ຮ່ວມມືຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ ແລະ ແບ່ງປັນບົດຮຽນເພື່ອຮັບຮອງເອົາວັກຊິນ.

        ສ່ວນທ່ານລັດຖະມົນຕີ Lloyd Austin ໄດ້ຕີລາຄາສູງ ແລະ ສະໜັບສະໜູນຫວຽດນາມ ທີ່ນັບມື້ນັບປະກອບສ່ວນຢ່າງຕັ້ງໜ້າກວ່າໃນ ອາຊຽນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານຢືນຢັນວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ ແລະ ສືບຕໍ່ໜູນຊ່ວຍ ຫວຽດນາມ ສືບຕໍ່ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ.

        ທ່ານລັດຖະມົນຕີ Lloyd Austin ໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ແລະ ບັນດາປະເທດສຳຜັດກັບແຫຼ່ງວັກຊິນເພີ່ມເຕີ່ມໂດຍໄວ ເພື່ອແນໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top