• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ມາເລເຊຍ ແລະ ອາເມເນຍ

      ທ່ານນາຍົກລັດຖະມົນຕີຫວຽດນາມກໍ່ຍັງສະເໜີໃຫ້ ມາເລເຊຍຈຳກັດການໃຊ້ມາດຕະການກີດຂວາງດ້ານການຄ້າຕໍ່ກັບສິນຄ້າຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕອນຮັບທ່ານນາງ Dato’ Shariffah Mustaffa ເອກອັກຄະລັດຖະທູດ
ມາເລເຊຍປະຈຳຫວຽດນາມ (ພາບ: TTXVN)
       ຕອນບ່າຍວັນທີ 3 ກຸມພາ ທີ່ ສຳນັກງານລັດຖະບານ, ກ່າວທີ່ພິທີຕອນຮັບທ່ານນາງ Dato’ Shariffah Mustaffa ເອກອັກຄະລັດຖະທູດມາເລເຊຍປະຈຳຫວຽດນາມ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຖືວ່າ ສອງຝ່າຍຄວນສືບຕໍ່ຊຸກຍູ້ການພົບປະຢ້ຽມຢາມຂັ້ນສູງ; ສະເໜີໃຫ້ສອງຝ່າຍຮັກສາບັນດາກົນໄກການຮ່ວມມືຢ່າງສະໝໍ່າສະເໝີ, ໃນນັ້ນມີຄະນະກຳມະການປະສົມຄັ້ງທີ 6 ຢູ່ ມາເລເຊຍ ແລະ ການລົງນາມລາຍການການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2020-2025 ໂດຍໄວ. ທ່ານນາຍົກລັດຖະມົນຕີຫວຽດນາມກໍ່ຍັງສະເໜີໃຫ້ ມາເລເຊຍຈຳກັດການໃຊ້ມາດຕະການກີດຂວາງດ້ານການຄ້າຕໍ່ກັບສິນຄ້າຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດ ແລະ ອາຫານ Halal (ສໍາລັບຊາວມຸດສະລິມ). ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າສອງຝ່າຍຄວນບັນລຸວົງເງິນການຄ້າໃຫ້ສູງກວ່າອີກ (ປີ 2019 ລັນລຸໄດ້ 11,1ຕື້ ໂດລາສະຫະລັດ, ທຽບເທົ່າປີ 2018).
        ທີ່ການຕ້ອນຮັບທ່ານ Vahram  Kazhoyan ເອກອັກຄະລັດຖະທູດສະທາລະນະລັດອາເມເນຍ, ທ່ານ ຫງວຽນຊວັນຟຸກ ນາຍົກລັກຖະມົນຕີຫວຽດນາມໄດ້ກ່າວແຈ້ງວ່າ ຫວຽດນາມ ມີຄວາມປາດຖະໜາຢາກພັດທະນາສາຍພົວພັນການຮ່ວມມືກັບອາເມເນຍກວ່າອີກ. ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າ ຫວຽດນາມ ແລະ ອາເມເນຍຄວນຍາດແຍ່ງສັນຍາການຄ້າເສລີອາຊີ-ເອລົບເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີຫວຽດນາມສະເໜີໃຫ້ດຳເນີນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ອາເມເນຍ ຄັ້ງທີ 2 ໂດຍໄວ, ແນໃສ່ການແລກປ່ຽນ, ເຫັນດີເປັນເອກະພາບ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດກວ່າອີກ. ໃນຖານະທີ່ສວມບົດບາດເປັນປະທານອາຊຽນປີ 2020, ຫວຽດນາມພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງອາຊຽນກັບອາເມເນຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top