• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມິງຈິງ: ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນຈຸດພົ້ນເດັ່ນທີ່ສຸດຂອງຂະແໜງສາທາລະນະສຸກໃນປີ 2021

      ວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍວຽກງານດ້ານສາທາລະນະສຸກ ປີ 2022 ໂດຍກະຊວງສາທາລະນະສຸກ ຈັດຂຶ້ນແບບໂດຍກົງ ຢູ່ສຳນັກງານລັດຖະບານ ສົມທົບທາງໄກໂດຍມີການເຊື່ອມຕໍ່ກັບ 700 ແຫ່ງຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປີ 2021 ທີ່ຜ່ານມາ ແມ່ນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການເຊິ່ງເກີດຈາກໂລກລະບາດໂຄວິດ - 19, ແຕ່ວ່າ ຫວຽດນາມ ຍັງຍາດໄດ້ຜົນສຳເລັດສຳຄັນຫຼາຍຢ່າງຄື: ຮັກສາສະຖຽນລະພາບດ້ານການເມືອງ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ການພົວພັນຕ່າງປະເທດບັນລຸບາດກ້າວທີ່ສຳຄັນ, ສືບຕໍ່ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸນດ່ຽງໃຫຍ່…
      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຂະແໜງສາທາລະນະສຸກ ຕ້ອງຫັນບັນດາມາດຕະການ, ນະໂຍບາຍ, ໂຄງການກະທຳໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນລະອຽດ, ສືບຕໍ່ປະຕິບັດລະບົບ ກຽມພ້ອມການສູ້ຮົບ ໃນທຸກກໍລະນີ, ຜັນຂະຫຍາຍ ບັ້ນສັກວັກຊິນໂດຍໄວ ແລະ ມີຄວາມປອດໄພ, ຍູ້ໄວການສັກວັກຊິນໃຫ້ແກ່ເດັກນ້ອຍ, ສັກເຂັມເພີ່ມເຕີມ, ມີວິທີການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top