• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກ ຢູ່ແຂວງຫວິງລອງ

ວັນທີ 29 ມັງກອນ, ແຂວງຫວິງລອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ  (ວັນທີ 03 ກຸມພາ 1930 – 03 ກຸຸມພາ 2019); ພົບປະສັງສັນ ຕ້ອນຮັບລະດູບານໃໝ່ປີກຸນ 2019. 

ກ່າວຄໍາເຫັນນະທີ່ນີ້, ທ່ານ ເຈິ່ນວັນຣ໊ອນ, ເລຂາພັກແຂວງ ຫວິງລອງ, ສະເໜີໃຫ້ຄະນະພັກຂັ້ນທຸກຂັ້ນ ແລະ ອໍານາດການປົກຄອງທ້ອງຖິ່ນຕ່າງໆ ສືບຕໍ່ຍົກສູງບົດບາດ ແລະ ກໍາລັງຕໍ່ສູ້ຂອງບັນດາອົງການຈັດຕັ້ງພັກຂັ້ນຮາກຖານ, ການຄຸ້ມຄອງບໍລິຫານຂອງອໍານາດການປົກຄອງ; ເພີ່່ມທະວີສະຕິຄວາມຮັບຜິດຊອບ, ເຊີດຊູບຸກຄົນວຽກດີຄົນເດັ່ນ, ສ້າງຖັນແຖວພະນັກງານ, ສະມາຊິກພັກ ມີລະບຽບວິໄນ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ່ງທິງອກທິ້ງ, ມອບຫຼຽນໄຊ ເອກະລາດ ຊັ້ນ 3 ໃຫ້ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ 17 ຄອບຄົວ.

ທ່ານນາງ ດັ້ງທິງອັກທິ້ງ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 50 ພູດ ໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ແຂວງຫວິງລອງ (ພາບ: TTXVN)

ແລະກໍໃນວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 50 ພູດ ໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ; ມອບລົດຖີບ 50 ຄັນ ໃຫ້ແກ່ນັກຮຽນທີ່ທຸກຍາກ ແຕ່ມີຄວາມດຸໝັ່ນໃນການຮໍ່າຮຽນ ຢູ່ ແຂວງ ຫວິງລອງ. ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສະເໜີອົງການກໍາມະບານຂັ້ນຕ່າງໆຈົ່ງສືບຕໍ່ມີການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອໜູນຊ່ວຍກໍາມະກອນ, ຊາວຜູ້ອອກແຮງານ ໃນໄລຍະຈະມາເຖິງ.\

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top