• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດດັ້ງທິງອັກທີ້ງຕ້ອນຮັບຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ

      ໃນຕອນເຊົ້າວັນທີ 5 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງ ດັ້ງທິງອັກທີ້ງ ຮອງປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຕາງໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ແລະ ວິສາຫະກິດ, ນັກທຸລະກິດເຂົ້າຮ່ວມລາຍການ “ລະດູບານໃໝ່ນັກທຸລະກິດປະຊາຄົມປີ 2018”.

ທ່ານນາງຮອງປະທານປະເທດດັ້ງທິງອັກທີ້ງຕ້ອນຮັບ
ຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທີ້ງ ອວຍພອນລາຍການ “ລະດູບານໃໝ່ນັກທຸລະກິດປະຊາຄົມປີ 2018” ໃຫ້ສຳເລັດຜົນ; ປາດຖະໜາວ່າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ມີບັນດາການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນ, ເອົາໃຈໃສ່ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເຊື່ອມຕົວເຂົ້າກັບປະຊາຄົມ. ທ່ານນາງ ຮອງປະທານປະເທດ ກໍ່ປາດຖະໜາວ່າວິສາຫະກິດຈະສຳເລັດຜົນໃນການຜະລິດ - ດຳເນີນທຸລະກິດ ແລະ ມີການປະກອບສ່ວນແຫຼ່ງກຳລັງຫຼາຍກວ່າອີກໃຫ້ການເຄື່ອນໄຫວເພື່ອການກຸສົນເວົ້າລວມ, ໃນນັ້ນມີການປະກອບສ່ວນໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ.
ແຫຼ່ງຄັດຈາກ VOV

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top