• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ

      ຕອນບ່າຍວັນທີ 01 ທັນວາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Perth, ເມືອງເອກຂອງລັດ ອົດສະຕາລີຕາເວັນຕົກ, 
      
      ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth ແລະ ອຳນາດການປົກຄອງລັດ ອົດສະຕາລີຕາເວັນຕົກ ສົມທົບກັນຈັດຕັ້ງ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ອົດສະຕາລີ, ບົນພື້ນຖານຄວາມຕ້ອງການ ແລະ ທ່າແຮງຂອງຕົນ, ຈະເປີດກ້ວາງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດກັບ ຫວຽດນາມ ໃນບັນດາຂົງເຂດຄື:  ອຸດສາຫະກຳປະດິດສ້າງ, ພະລັງງານ, ກະສິກຳ, ການປຸງແຕ່ງອາຫານ; ແຮ່ທາດ, ໂທລະຄົມມະນາຄົມ, ການບໍລິການ, ການສຶກສາ, ການທ່ອງທ່ຽວກ່ວາອີກ ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາວ່າ ອົດສະຕາລີ ແລະ ລັດອົດສະຕາລີຕາເວັນຕົກ ສ້າງເງື່ອນໄຂສະດວກກ່ວາອີກ ເພື່ອໃຫ້ບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ຄື: ຜະລິດຕະພັນກະເສດ - ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນໄມ້, ຢາງພາລາ, ເຄື່ອງເອເລັກໂຕນິກ,
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Alcoa
      ແລະກໍ່ໃນຕອນແລງວັນທີ 1 ທັນວາ, ທີ່ນະຄອນ Perth, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Alcoa ແລະ ການນຳບໍລິສັດ Austral ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມາຢ້ຽມຢາມລັດອົດສະຕາລີຕາເວັນຕົກ ໃນຂອບເຂດການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top