• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເຕີຍນິງ

      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ແມ່ຕູ້ ຫງວຽນທິເທື່ອ, ເຊິ່ງເປັນແມ່ຫວຽດນາມວິລະຊົນ ຢູ່ເທດສະບານເມືອງ ເຕີນບຽນ, ເມືອງ ເຕີນບຽນ ແລະ ທ່ານຟານວັນດຽນ - ນັກຮົບວິລະຊົນກໍາລັງປະກອບອາວຸດ ຢູ່ຕາແສງ 1, ນະຄອນ ເຕີຍນິງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ຢູ່ແຂວງ ເຕີຍນິງ (ພາບ:  VOV)
      ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ, ເມືອງ ເຕີນບຽນ, ແຂວງເຕີຍນິງ,  ອໍານາດການປົກຄອງແຂວງ ເຕີຍນິງ ໄດ້ຈັດຕັ້ງການເຄື່ອນໄຫວສະແດຄວາມຮູ້ບຸນຄຸນເພື່ອຂໍ່ານັບຮັບຕ້ອນວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 72 ປີ; ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີີວິດໃນປາງສົງຄາມຢູ່ ກໍາປູເຈຍ ກັບເມືອບ້ານເກີດເມືອງນອນ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ. ຫວ່າງມໍ່ໆມານີ້, ແຂວງ ເຕີຍນິງ ສືບຕໍ່ໄດ້ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 245 ອັດຖິ, ໃນນັ້ນມີ 239 ອັດຖິ ຖືກທ້ອນໂຮມມາຈາກ ກໍາປູເຈຍ ແລະ 6 ຊຸດ ຖືກທ້ອນໂຮມຈາກສະຖານທີ່ຕ່າງໆພາຍໃນແຂວງ.
        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ແມ່ຕູ້ ຫງວຽນທິເທື່ອ, ເຊິ່ງເປັນແມ່ຫວຽດນາມວິລະຊົນ ຢູ່ເທດສະບານເມືອງ ເຕີນບຽນ, ເມືອງ ເຕີນບຽນ ແລະ ທ່ານຟານວັນດຽນ - ນັກຮົບວິລະຊົນກໍາລັງປະກອບອາວຸດ ຢູ່ຕາແສງ 1, ນະຄອນ ເຕີຍນິງ. ນອກຈາກນັ້ນ, ທ່ານນາງກໍໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດສູນກາງກົມພາກໃຕ້.
            ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເຕີຍນິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ເຕີຍນິງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ການເມືອງໄລຍະ 6 ເດືອນຕົ້ນປີ ແລະ ໜ້າທີ່ວຽກງານ 6 ເດືອນທ້າຍປີ 2019. 
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top