• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເຂົ້າຮ່ວມພິທີສະເຫລີມສະຫລອງ 20ປີ ແຫ່ງວັນສ້າງຕັ້ງແຂວງບາກລຽວຄືນໃຫມ່


ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິ​ນ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
 
 
      ຕອນ​ຄ່ຳ​ວັນ​ທີ 30/12, ແຂວງ ບາກ​ລຽວ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃຫມ່ ແລະ ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ, ຊັ້ນ​ສອງ​ໃຫ້​ແກ່​ບັນ​ດາ​ໝູ່​ຄະ​ນະ​ໃນ​ແຂວງ.
ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິ​ນ ສະ​ເຫນີ ແຂວງ ບາກ​ລຽວ ຄວນ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ຕາມ​ທິດ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ເນັ້ນ​ຫນັກ​ວ່າ:
        “ແຂວງ​ຄວນ​ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອ​ງ​ຖິ່ນ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ເໝາະ​ສົມ​ກັບ​ແຜນການກໍ່​ສ້າງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຮອດ​ປີ 2020 ແລະ ວິ​ໄສ​ທັດ​ປີ 2050. ສຸມ​ໃສ່​ປ່ຽ​ນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ສ້າງ​ອົງ​ປະ​ກອບ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ຄວາມ​ກົ​ມ​ກຽວ​ການ​ພັດ​ທະ​ນາ​ຕາມ​ທິດ​ລວງກວ້າງ, ລວງ​ເລິກ, ລະ​ຫວ່າງ​ການ​ເປີດກວ້າງ​ຂອບ​ຂະ​ຫນາດ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top