• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດລາວອວຍພອນວັນຊາດຫວຽດນາມແກ່ພົນລະພາກຫຼວງ 11

      ຕອນຄ່ຳວັນທີ 2 ກັນຍາ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດລາວທີ່ ນະຄອນຫຼວງວຽງຈັນ ເພື່ອອວຍພອນພະນັກງານ, ນັກຮົບ, ທະຫານ, ກຳມະກອນຂອງພົນລະພາກຫຼວງ 11 ກອງທັບຫວຽດນາມ, ແລະໜ່ວຍປະຕິບັດການກໍ່ສ້າງກິດຈະກຳດັ່ງກ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 74 ປີ (02/09/1945-02/09/2019).

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດລາວ ອວຍພອນພະນັກງານ, ນັກຮົບ, ທະຫານ, ກຳມະກອນຂອງພົນລະພາກຫຼວງ 11 ກອງທັບຫວຽດນາມ (ພາບ: nhandan.com.vn)
      ກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາຫງວຽນກວັກຢຸ໋ງ, ຜູ້ບັນຊາການພົນລະພາກຫຼວງ, ຢັ້ງຢືນວ່າ: ໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ ມອບ-ຮັບຖືກຕາມລະດັບຄວາມຄືບໜ້າເທົ່ານັ້ນ, ຫາກຍັງມີຄວາມຮັບປະກັນຄຸນນະພາບຂອງໂຄງການດ້ວຍວິທີການທີ່ດີທີ່ສຸດ, ຕອບສະໜອງໄດ້ຕາມມາດຕະຖານຊຶ່ງບໍລິສັດຕິດຕາມກວດກາສາກົນພວມປະຕິບັດ, ກໍ່ຄືດັ່ງຝ່າຍລາວໄດ້ວາງອອກ. ເປັນໂຄງການໄດ້ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ເຕັກນິກທີ່ກ້າວໜ້າທີ່ສຸດໃນປັດຈຸບັນ ທັງມີລັກສະນະວັດທະນະທຳທີ່ເປັນມູນເຊື້ອເອກະລັກສະເພາະຂອງລາວແຕ່ກໍ່ຍັງຮັບປະກັນເຖິງການປະສົມປະສານກັບຄວາມເປັນທັນສະໄໝ ແລະ ມີຄວາມສະດວກສະບາຍ.
        ທ່ານນາງປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວກໍ່ໄດ້ຢັ້ງຢືນວ່າ: ການນຳພັກ, ລັດຂອງລາວ, ໃນທຸກໆສະໄໝລ້ວນແຕ່ຕີລາຄາສູງຕໍ່ນ້ຳໃຈຮັກແພງສາມັກຄີທີ່ໜຽວແໜ້ນແລະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຂອງຊົນຊາດຫວຽດນາມ. ກິດຈະກຳດັ່ງກ່າວບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນແຕ່ຍັງແມ່ນຄຸນຄ່າທາງດ້ານຈິດໃຈທີ່ການນຳພັກ, ລັດ, ສະພາແຫ່ງຊາດລາວ, ປະຊາຊົນລາວຍາມໃດກໍ່ໃຫ້ຄວາມຖະນຸຖະໜອມຮັກແພງນັບຖືອີກດ້ວຍ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top