• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກ່ຽວກັບວຽກງານກໍ່ສ້າງພັກ

      ຈຸດໃໝ່ໃນຄັ້ງນີ້ແມ່ນ ສູນກາງພັກໄດ້ເປີດກວ້າງຂອບເຂດ, ບໍ່ພຽງແຕ່ກໍ່ສ້າງ, ປັບປຸງຢູ່ພາຍໃນພັກເທົ່ານັ້ນ ຫາກຍັງໃນລະບົບການເມືອງອີກດ້ວຍ.
ກອງປະຊຸມຄັ້ງທີ 4, ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII
(ພາບ: TTXVN)
      ວຽກງານກໍ່ສ້າງ, ປັບປຸງພັກ ແມ່ນບັນຫາຈຸດສຸມຂອງກອງປະຊຸມຄັ້ງທີ 4, ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ຈຸດໃໝ່ໃນຄັ້ງນີ້ແມ່ນ ສູນກາງພັກໄດ້ເປີດກວ້າງຂອບເຂດ, ບໍ່ພຽງແຕ່ກໍ່ສ້າງ, ປັບປຸງຢູ່ພາຍໃນພັກເທົ່ານັ້ນ ຫາກຍັງໃນລະບົບການເມືອງອີກດ້ວຍ. ພ້ອມກັບການສະກັດກັ້ນ, ຍູ້ໃຫ້ຖອຍໄປ, ພັກຍັງເປັນເຈົ້າການໃນການສະກັດກັ້ນ, ເດັດດ່ຽວຕໍ່ສູ້, ແກ້ໄຂການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ບັນດາການກະທຳສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ພາຍໃນພັກຢ່າງເຂັ້ມງວດ. ທັດສະນະດັ່ງກ່າວໄດ້ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກ່ຽວກັບວຽກງານກໍ່ສ້າງພັກ.
        ໃນກອງປະຊຸມໃຫຍ່ 3 ສະໄໝຄືທີ XI, XII, XIII ຂອງພັກກອມມູນິດຫວຽດນາມ, ບັນດາການກໍ່ສ້າງ, ປັບປຸງພັກ ຍາມໃດກໍ່ແມ່ນບັນຫາແຖວໜ້າ. ຖ້າຫາກວ່າ ກອງປະຊຸມສູນກາງພັກຄັ້ງທີ 4, ຊຸດທີ XI, XII ເຕື້ອງເຖິງຫຼາຍບັນຫາກ່ຽວກັບການກໍ່ສ້າງພັກ, ປັບປຸງພັກນັ້ນ, ໃນກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII ນີ້ໄດ້ເປີດກວ້າງໄປສູ່ທັງລະບົບການເມືອງ. ນີ້ແມ່ນຈຸດໃໝ່ຂອງກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII. ຍ້ອນເຫດນັ້ນ, ການກໍ່ສ້າງ, ປັບປຸງ, ເຮັດໃຫ້ຖັນແຖວພະນັກງານປອດໄສ ບໍ່ພຽງແຕ່ຢູ່ພາຍໃນພັກເທົ່ານັ້ນ, ຫາກຍັງແມ່ນຂອງທັງລະບົບການເມືອງອີກດ້ວຍ. ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍດິ່ງຟອງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:
        “ກອງປະຊຸມສູນກາງພັກ່ຄັ້ງທີ 4 ຊຸດທີ XIII ຄັ້ງນີ້ິ້ໄດ້ເນັ້ນໜັກເຖິງເລື່ອງເສື່ອມທາດຂາດຄຸນ ແລະ ວຽກງານປັບປຸງພັກຕ້ອງຕິດພັນກັບການກໍ່ສ້າງລະບົບການເມືອງ. ຍ້ອນກ່ອນນີ້, ພວກເຮົາພຽງສຸມໃສ່ເວົ້າກ່ຽວກັບການກໍ່ສ້າງພັກ. ແຕ່ພັກ ແມ່ນພັກກຳອຳນາດ, ພັກນຳພາລັດສັງຄົມ. ຖ້າຫາກວ່າ ພວກເຮົາບໍ່ມີພື້ນຖານໝັ້ນຄົງເຂັ້ມແຂງ, ແນວຄິດການເມືອງປອດໃສ ແມ່ນຈະນຳໃຊ້ສິດອຳນາດໃນການສໍ້ລາດບັງຫຼວງຢ່າງງ່າຍດາຍ”.
        ທີ່ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກທັດສະນະທີ່ວ່າ ສະມາຊິກພັກ “ເວົ້າໄປຄຽງຄູ່ກັບການກະທຳ”, ເປັນແບບຢ່າງປະຕິບັດບັນດາມະຕິ, ນະໂຍບາຍ, ກົດໝາຍຂອງພັກ ແລະ ລັດ. ແນວຄິດ, ທັດສະນະກ່ຽວກັບການກໍ່ສ້າງ, ປັບປຸງພັກ ດັ່ງກ່າວໄດ້ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ທ່ານ ຫງວຽນແມ້ງທັງ, ຢູ່ເມືອງ ຮ່ວາງມາຍ, ຮ່າໂນ້ຍ, ຖືວ່າ:
        “ຂ້າພະເຈົ້າຄິດວ່າກອງປະຊຸມສູນກາງພັກ່ຄັ້ງທີ 4 ຊຸດທີ XIII ພ້ອມກັບການກໍ່ສ້າງ, ປັບປຸງພັກ, ສົມທົບກັບການປັບປຸງການກຳນົດບັນດາສິ່ງທີ່ສະມາຊິກພັກບໍ່ໄດ້ເຮັດແມ່ນຈຳເປັນທີ່ສຸດ. ທີ 1  ແມ່ນເສີມຂະຫຍາຍລັກສະນະລະບຽບວິໄນຂອງພັກ. ທີ 2 ແມ່ນເສີມຂະຫຍາຍລັກສະນະເປັນແບບຢ່າງ, ນຳໜ້າປະຈັນບານ, ກຳລັງຄວາມສາມາດ, ກຳລັງຕໍ່ສູ້ຂອງພັກ”.
        ກອງປະຊຸມສູນກາງພັກ່ຄັ້ງທີ 4 ຊຸດທີ XIII ເນັ້ນໜັກເຖິງແຜນນະໂຍບາຍຕ້ານສິ່ງຫຍໍ້ທໍ້ຍ້ອນການເສື່ອມທາດຂາດຄຸນດ້ານແນວຄິດ, ການເມືອງ, ຄຸນສົມບັດ ແລະ ວິຖີຊີວິດ ເພື່ອກໍ່ສ້າງ, ປັບປຸງພັກ. ຍ້ອນສິ່ງຫຍໍ້ທໍ້ແມ່ນ “ກົກ” ເປັນແຫຼ່ງພາໄປເຖິງບັນດາການເສ່ືອມທາດຂາດຄຸນອື່ນໆ, ພິເສດແມ່ນການສໍ້ລາດບັງຫຼວງ. ກ່ຽວກັບບັນຫາດັ່ງກ່າວ, ທ່ານປະລິນຍາເອກ ຫງວຽນວຽດຈຸກ, ອະດີດຮອງຫົວໜ້າກຳມາທິການວັດທະນະທຳສຶກສາຊາວໜຸ່ມ, ເຍົາວະຊົນອະນຸຊົນຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ:
        “ຄຸນສົມບັດ, ວິຖີຊີວິດເສື່ອມທາດຂາດຄຸນນັ້ນແມ່ນການຜັນແປດ້ວຍຕົນເອງ, ແຕ່ບໍ່ແມ່ນການຜັນແປດ້ວຍຄຳເວົ້າ ຫາກຜັນແປດ້ວຍການກະທຳ. ເມື່ອສະມາຊິກພັກບໍ່ສວມບົດບາດເປັນຜູ້ນຳພາ, ບໍ່ນຳໜ້າເປັນແບບຢ່າງໃນການດຳລົງຊີວິດ, ບໍ່ແມ່ນຄົນດີອີກ ນັ້ນແມ່ນການຜັນແປດ້ວຍຕົນເອງ, ບໍ່ມີຜູ້ໃດຕ້ານຕົນເອງ. ຕ້ອງມີຄວາມເຂົ້າໃຈວ່າຜັນແປດ້ວຍຕົນເອງແມ່ນຫຍັງ, ເປັນສິ່ງຈະແຈ້ງແລ້ວວ່າ ເລື່ອງເຮັດໃຫ້ປອດໃສ, ເຂັ້ມແຂງ ນັ້ນແມ່ນມາດຕະການຕ້ານການຜັນແປດ້ວຍຕົນເອງເຖິງກົກເຖິງຮາກເລິກເຊິ່ງທີ່ສຸດ”.
        ບໍ່ພຽງແຕ່ “ສະກັດກັ້ນ, ຍູ້ໃຫ້ຖອຍໄປເທົ່ານັ້ນ” ກອງປະຊຸມສູນກາງພັກ່ຄັ້ງທີ 4 ຊຸດທີ XIII ຍັງເນັ້ນໜັກເຖິງ “ຄວາມເປັນເຈົ້າການ”. ນີ້ແມ່ນທິດທາງໃໝ່ໃນການຊີ້ນຳການປະຕິບັດວຽກງານກໍ່ສ້າງພັກ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໄຈ້ແຍກວ່າ:
        “ເປັນເຈົ້າການບຸກຕີຢ່າງຂ້ຽວຂາດກວ່າຄືດັ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ກ່າວມາແລ້ວ. ຢູ່ນີ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງໃນສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກທີ່ສູງກວ່າອີກ ເພື່ອເດັດດ່ຽວຕໍ່ສູ້ໂດຍບໍ່ຢຸດບໍ່ເຊົາ, ບໍ່ທັບຊ້ອນກັນຄືໃນການຕໍ່ສູ້ຕ້ານການເສື່ອມທາດຂາດຄຸນ, ສິ່ງຫຍໍ້ທໍ້ພາຍໃນພັກ, ໃນນັ້ນມີການສໍ້ລາດບັງຫຼວງ”.
        ກອງປະຊຸມສູນກາງພັກ່ຄັ້ງທີ 4 ຊຸດທີ XIII ຄັ້ງນີ້ມີຄວາມໝາຍສຳຄັນໃນການເສີມຂະຫຍາຍລັກສະນະປະຈັນບານຂອງພະນັກງານ, ສະມາຊິກພັກໃນວຽກງານກໍ່ສ້າງ, ປັບປຸງພັກ, ຍົກສູງກຳລັງຕໍ່ສູ້ຂອງພັກ. ສະມາຊິກພັກແຕ່ລະຄົນຕ້ອງເປັນແບບຢ່າງອັນແທ້ຈິງ, ຍູ້ສິ່ງຫຍໍ້ທໍ້ໃຫ້ຖອຍໄປ, ຕ້ານບັນດາປະກົດການ “ຜັນແປດ້ວຍຕົນເອງ” “ຜັນປ່ຽນດ້ວຍຕົນເອງ” ແນ່ນອນວ່າ ພັກກອມມູນິດຫວຽດນາມ ຈະເຂັ້ມແຂງ, ສາມາດຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top