• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າໜັງມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 12 ຄົນ

ນັບແຕ່ເວລາ 18 ໂມງຂອງວັນທີ 31 ກໍລະກົດ ຫາ ເວລາ 6 ໂມງເຊົ້າຂອງວັນທີ 01 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 12 ຄົນ, ໃນນັ້ນ 5 ຄົນແມ່ນຢູ່ແຂວງກວ໋າງນາມ.

ໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 558 ຄົນ (ພາບ: ກະຊວງສາທາລະນະສຸກ)

ຕາມແຫຼ່ງຂ່າວຈາກຄະນະກໍາມະການຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 31 ກໍລະກົດ ຫາ ເວລາ 6 ໂມງເຊົ້າຂອງວັນທີ 01 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 12 ຄົນ, ໃນນັ້ນ 5 ຄົນແມ່ນຢູ່ແຂວງກວ໋າງນາມ.

        ເປັນອັນວ່າໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 558 ຄົນ, ໃນນັ້ນ ມີ 302 ຄົນແມ່ນກັບມາຈາກຕ່າງປະເທດ ແລະ ໄດ້ປະຕິບັດການແຍກຕົວໃນທັນທີ, ສ່ວນຜູ້ຕິດເຊື້ອໃໝ່ຈໍານວນ 116 ຄົນ ລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງນະຄອນດ່າໜັງ   ນັບແຕ່ວັນທີ 25 ກໍລະກົດ ຈົນມາຮອດປັດຈຸບັນ.

        ຕາມການລາຍງານຈາກອະນຸກໍາມະການປິ່ນປົວ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ແລ້ວ, ໄລ່ຮອດຈຸດເວລານີ້, ມີ 373/558    ກໍລະນີຕິດເຊື້ອຢູ່ຫວຽດນາມ ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 3 ກໍລະນີເສຍຊີວິດ ຍ້ອນພວກກ່ຽວມີພະຍາດປະຈໍາຕົວເປັນມະເຮັງເລືອດ, ໝາກໄຂ່ຫຼັງຊຸດໂຊມ ແລະ ປອດອັກເສບ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top