• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງ ອອກເຄື່ອນພົນເຮັດອະນາໄມສິ່ງແວດລ້ອມເພື່ອຕ້ອນຮັບສັບປະດາຂັ້ນສູງ APEC

      ຕອນເຊົ້າວັນທີ 28 ຕຸລາ, ຄະນະກຳມະການນະຄອນ ດ່ານັ້ງ ໄດ້ຈັດຕັ້ງພິທີປຸກລະດົມເຄື່ອນພົນລະດັບນະຄອນ ປະຕິບັດຂະບວນການວັນອາທິດຂຽວ - ສະອາດ - ສວຍງາມ ແລະ ຕອບສະໜອງສັບປະດາຂັ້ນສູງ APEC 2017.

ພາບປະກອບ
      ພາຍຫຼັງພິທີປຸກລະດົມ, ປະຊາຊົນນັບພັນຄົນພ້ອມກັບພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດໄດ້ທຳການເຮັດອະນາໄມສິ່ງແວດລ້ອມ.
        ໃນຊຸມມື້ຜ່ານມາ, ບັນຍາກາດຕ້ອນຮັບ APEC ຢູ່ນະຄອນດ່ານັ້ງ ໄດ້ດຳເນີນໄປຢ່າງຟົດຟື້ນຢູ່ຖະໜົນສາຍຕ່າງໆ, ເຂດຊຸມຊົນຫຼາຍແຫ່ງ, ຜ່ານບັນດາການເຄື່ອນພົນອະນາໄມສິ່ງແວດລ້ອມ. ທ່ານ ຫງວຽນງອັກຕ໋ວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:
        “ນະຄອນໄດ້ປຸກລະດົມຂະບວນການນີ້ເພື່ອແນໃສ່ລະດົມວົງຄະນະຍາດຈັດຕັ້ງ, ອົງການ, ສ່ວນບຸກຄົນໃນບໍລິເວນທົ່ວນະຄອນເຂົ້າຮ່ວມ. ແຕ່ລະຄົນໄດ້ປະກອບກຳລັງເຫື່ອແຮງເພື່ອທຳຄວາມສະອາດຕໍ່ສິ່ງເວດລ້ອມ, ເຮັດໃຫ້ສິ່ງແວດລ້ອມຂຽວ - ສະອາດ - ສວຍງາມໃຫ້ແກ່ນະຄອນ. ນີ້ແມ່ນການເຄື່ອນໄຫວເປັນປະຈຳ ແຕ່ໄດ້ຍົກລະດັບເປັນກິດຈະກຳຈຸດສຸມ. ພວກຂ້າພະເຈົ້າຫວັງວ່າ ພາຍຫຼັງກິດຈະກຳຈຸດສຸມນີ້ຈະສືບຕໍ່ໄດ້ຮັບການຮັກສາໄວ້ເພື່ອສ້າງພາບພົດຂອງນະຄອນໃຫ້ ຂຽວ - ສະອາດ - ສວຍງາມ”
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top