• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ລາວ


ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ
 ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​

      ຕອນ​ເຊົ້າ​ວັນ​ທີ 08/02 ຢູ່​ຮ່າ​ໂນ້ຍທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະ​ຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື ຝ່າຍ ຫວຽດນາມ ລາວກອງ​ປະຊຸມ​ຄັ້ງນີ້ ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື ຫວຽດນາມ ລາວ ປີ 2016; ​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ການ​ຮ່ວມ​ມື​ປີ 2017. ບົນ​ພື້ນຖານ​ນັ້ນ, 2 ຝ່າຍ​ລົງ​ນາມ​​ໃນ​ບັນດາ​ເອກະສານ​ຮ່ວມ​ມື ປະ​ເທດກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຊີ້​ແຈ້ງວ່ານີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ໂດຍ​ນາຍົກລັດຖະມົນຕີທັງ ທ່ານ​ເປັນ​ປະທານ​ຮ່ວມຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື ຝ່າຍ​ໃນ​ການ​ຊີ້​ນຳ​ນຳພາ​ບໍລິຫານຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ປະ​ເທດພິ​ເສດ​ປີ 2017, 2 ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວຕີ​ລາຄາ​ໄລຍະ​ຜ່ານ​ມາ, 2 ຝ່າຍ​ໄດ​້ບູລະນະ​ຄະ​ນະ​ກຳມະການ​ຮ່ວມ​ມື​ແຕ່ລະ​ປະ​ເທດ ​ໂດຍ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​​ເປັນ​ປະທານ​ຄະນະ​ກຳມະການທ່ານ​ນາຍົກ​ລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າປະທານ​ຄະນະ​ກຳມະການ ທ່ານ​ຈະ​ສືບ​ຕໍ່​ຊີ້​ນຳ​ນຳພາ​ຜັນ​ຂະ​ຫຍາ​ຍຢ່າງ​ໄວຮັບປະກັນ​ຜົນ​ສັກສິດ​ຂອງ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຝ່າຍ​ຢ່າງ​ມີ​ປະສິດ​ທິຜົນທ່ານ​ນາຍົກ​ລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ
        ຂ້າພະ​ເຈົ້າ​ສະ​ເໜີ​ຄະນະ​ຜູ້​ແທນ ປະ​ເທດ​ເສີມ​ຂະຫຍາຍພູມ​ປັນຍາຕີ​ລາຄາ​ລະອຽດພາວະ​ວິ​ໄສໝາກຜົນ​ແຫ່ງການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່ມີ​ປະສິດທິ​ຜົນບັນດາ​ຂໍ້​ລິ​ເລີ່​ມທີ່ມີ​ຄວາມ​ໝາຍນຳ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຂັ້ນ​ສູງ​ເຂົ້າ​ບັນດາ​ແຜນການ​ຮ່ວມ​ມື​ລະອຽດ​ເປັນ​ປະຈຳ​ປີຍົກ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງກ່ວາ​ອີກພວກ​ເຮົາ​ລ້ວນ​ແຕ່​ເຂົ້າ​ໃຈ​​ໄດ້ວ່າ ສາຍ​ພົວພັນທີ່ມີ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ​ນີ້ ​ແມ່ນ​ສາຍ​ພົວພັນ ລາວ ຫວຽດນາມຫວຽດນາມ ລາວ ​ແລະ ພວກ​ເຮົາຮັກສາ​ນ້ຳ​ໃຈ​ອ້າຍ​ນ້ອງທີ່ຍິ່ງ​ໃຫຍ່​ນັ້ນ ​ໃນບໍ່​ວ່າການ​ເຄື່ອນ​ໄຫວ​ໃດ​ຂອງ​ແຕ່​ລະ​ພັກ​ແຕ່​ລະ​ລັດຖະບານ​ຕະຫລອດ​ໄປ.
        ສ່ວນ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ກໍ່​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ:
        ຂ້າພະ​ເຈົ້າ​ອວຍພອນ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ ສັງ​ຄົມ​ຂອງ ຫວຽດນາມ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ​ປ້ອງ​ກັນ​ຊາດປ້ອງກັນ​ຄວາມ​ສະຫງົບພັດທະນາ​ແຫຼ່ງຊັບພະຍາກອນມະນຸດການ​ທູດສິ່ງ​ນັ້ນ ​ເຮັດ​ໃຫ້​ທີ່​ຕັ້ງ​ຂອງ ຫວຽດນາມ ​ໄດ້ຮັບ​ການ​ຍົກ​ສູງ​ບົນ​ເວທີ​ປາ​ໄສ​​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ບໍ່​ຢຸ​ດຢັ້ງມື້​ນີ້ ພວກ​ເຮົາ​ພ້ອມ​ກັນ​ແລກປ່ຽນ​ການ​ຮ່ວມ​ມື ຝ່າຍ ລາວ ​ແລະ ຫວຽດນາມນອກຈາກ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, 2 ຝ່າຍ​ກໍ່​ສະ​ເໜີ​ມາດ​ຕະການ​ຊຸກຍູ້​ການ​ລົງທຶນ​ຂອງ ຫວຽດນາມ ​ເຂົ້າ ລາວ ​ແລະ ຂອງ ລາວ ​ເຂົ້າ ຫວຽດນາມກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ​ເພື່ອ​ແນ​ໃສ່​ນຳ​ມາ​​ເຊິ່ງ​ຜົນ​ປະ​ໂຫຍ​ດລວມ​ໃຫ້ ປະ​ເທດພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ນາຍົກລັດຖະມົນຕີ ທ່ານ, 2 ຝ່າຍ​ຈະ​ພ້ອມ​ກັນ​ແລກປ່ຽນ​ຢ່າງ​ກົງ​ໄປກົງ​ມາ​ເປີດ​ອົກເປີດໃຈ ​ແລະ ກອງ​ປະຊຸມ​ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາ​ມ.​”
        ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ກໍ່​ຕີ​ລາຄາ​ສູງ​ບັນດາ​ແຜນການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ ລາວ ​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາບັນດາ​ການ​ເຄື່ອນ​ໄຫວ​ລົງທຶນຂອງ ປະ​ເທດ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກ່ວາ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top