• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບການພົວພັນຮ່ວມມືຫວຽດນາມ-ເຊັກໂກໃຫ້ຂຶ້ນສູ່ລະດັບສູງໃໝ່

ຕອນບ່າຍວັນທີ 9 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ສ. ເຊັກໂກ Andrej Babis ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ປຶກສາຫາລືບັນດາມາດຕະການຮ່ວມມືໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ -19. 
ນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການເຈລະຈາທາງໂທລະສັບກັບ ນາຍົກລັດຖະມົນຕີ ສ. ເຊັກໂກ Andrej Babis

ທ່ານນາຍົກລັດຖະມົນຕີ ທັງສອງ ໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ເຊັກໂກ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນກກ່ວາເກົ່າໃນໄລຍະທີ່ຈະມາເຖິງ.

    ນາຍົກລັດຖະມົນຕີທັງສອງໄດ້ເຫັນຍູ້ແຮງການຮ່ວມມືໃນບາງຂົງເຂດບຸລິມະສິດຄື ອຸກສາຫະກຳ ການຜະລິດລົດໂອໂຕ, ການຂົນສົ່ງ, ການສຶກສາ ແລະ ກໍ່ສ້າງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພິເສດຜັນຂະຫຍາຍສາຍການບິນໂດຍກົງລະຫວ່າງຫວຽດນາມ-ເຊັກໂກເມືອ່ມີເງື່ອນໄຂ.

     ນາຍົກລັດຖະມົນຕີທັງສອງ ໄດ້ສະແດງຄວາມພໍໃຈຕໍ່ການສົມທົບຢ່າງແໜ້ນແຟ້ນ ມີປະສິດທິຜົນລະຫວ່າງ 2 ປະເທດ ໃນບັນດາເວທີປາໄສຫຼາຍຝ່າຍ, ເຫັນດີເພີ່ມທະວີການຮ່ວມມືໃນບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ທັງ 2 ຝ່າຍກໍໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາຮັບປະກັນຄວາມໝັ້ນຄົງ ປອດໄພ, ສິດເສລີໃນການເດີນເຮືອ ການບິນໃນພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top