• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການເຄື່ອນໄຫວເລີ່ມດຳເນີນອາຊີບຕິດພັນກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ


ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວືອງດິ່ງ​ເຫ້ວ ທີ່ເວທີປາໄສ
(ພາບ: baochinhphu.vn)
      ຕອນ​ເຊົ້າ​ວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ສົມທົບ​ກັບ​ອົງການ​ພັດທະນາ​ໂຮ​ນລັງ SNV ຈັດ​ຕັ້ງ​ເວທີ​ປາ​ໄສ “​ເພີ່ມ​ສິດ​ອຳນາດ​ດ້ານ​ເສດຖະກິດ​ໃຫ້​ແມ່ຍິງ​ເລີ່​ມ​ດຳ​ເນີນ​ອາຊີບ ​​ແລະ ດຳ​ເນີນ​ທຸລະ​ກິດ​ກະສິກຳ ​​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ”. ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄ​ສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວືອງດິ່ງ​ເຫ້ວ ​ເນັ້ນ​ໜັກ​ວ່າ, ພ້ອມ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂອງ​ລັດຖະບານ, ສູນ​ກາງ​ສະ​ຫະພັນ​ແມ່ຍິງ​ຫວຽດນາມ ຄວນ​ສືບຕໍ່​ໂຄສະນາ, ຂົນຂວາຍ​ຍົກ​ສູງ​ຄວາມ​ຮັບ​ຮູ້ ສຸມ​ໃສ່​ໜູນ​ຊ່ວຍ​ໃນ​ຄວາມ​ສາມາດ​ຂອງຕົນ ​ແລະ ສົມທົບ​ກັບ​ບັນດາ​ຂະ​ແໜງ​ອື່ນໆ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກທຸລະກິດ​ຍິງ ​ໃນ​ການ​ພັດທະນາ​ວິສາ​ຫະກິດ​ຕາມ​ຫຼັກການ​ການຕະຫຼາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ສະ​ເໜີ​ໃຫ້​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ມີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸລະ​ກິດ, ບັນດາ​ນັກວິທະຍາສາດ​ຍິງ​ພັດທະນາ​ວິທະຍາສາດ, ​ເຕັກນ​ໂນ​ໂລ​ຊີ, ພ້ອມ​ທັງ​ພັດທະນາ​ວິ​ສາ​ຫະກິດ, ​ເສດຖະກິດ​ກະສິກຳ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ ຍ້ອນ​ນັ້ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ຕັດ​ສິນ​ເຖິງບັນຫາ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ຢ່າງ​ແທ​ດຈິງ​ອີດ​​ດ້ວຍ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top