• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ແບບ​ພິ​ເສດ

ໃນການເດີນທາງຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ສົມກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ, ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດ ແລະ ບັນດາຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ສອງຝ່າຍຈະສຸມໃສ່ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ່ 43 ຂອງຄະນະກຳມະການລະຫວ່າງລັດຖະບານ (ເດືອນທັນວາ 2020) ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2022 ຢ່າງແທດຈິງ ແລະ ມີປະສິດທິຜົນ.

        ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນອາຊຽນ ແລະ ບັນດາກົນໄກຢູ່ອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີອຳລາ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top