• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ

ໂດຍຮັບຄຳເຊີນຈາກທ່ານປະທານສະພາສູງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ, ຕອນບ່າຍວັນທີ 16/11, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ-ເອີລົບ ຄັ້ງທີ 11 (ASEP 11) ຊຶ່ງຖືກຈັດຂຶ້ນຕາມຮູບການທາງໄກ. 
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ກ່າວຄຳເຫັນທາງໄກ

  ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໄລຍະ ແລະ ພາຍຫຼັງໂລກລະບາດໂຄວິດ-19”. 

       ກ່າວຄຳເຫັນທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທງເໝີ້ນ ໄດ້ມີບັນດາຂໍ້ສະເໜີກ່ຽວຂ້ອງເຖິງການຮັກສາຄຳໝັ້ນສັນຍາດ້ານການເມືອງ, ເພີ່ມທະວີການຮ່ວມມື, ສະໜັບສະໜູນການເຂົ້າເຖິງການສັກຢາວັກຊິນປ້ອງກັນພະຍາດໂຄວິດ - 19;  ຊຸກຍູ້ ບົດບາດກົນໄກຮ່ວມມືສົນທະນາ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູເສດຖະກິດໂດຍໄວ, ຮັບປະກັນຊີວິດສັງຄົມ;  ສືບຕໍ່ປ່ຽນໃໝ່ຢ່າງແຂງແຮງບັນດາການເຄື່ອນໄຫວຂອງກົນໄກຮ່ວມມືລະຫວ່າງລະຖະສະພາຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງການປະຕິວັດອຸດສາຫະກຳ 4.0. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ກ່າວວ່າ :

    “ ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເໜືອໂດຍອີງໃສ່ລະບຽບກົດໝາຍ, ປົກປ້ອງຄວາມເຄົາລົບກົດໝາຍຢູ່ທະເລ ແລະ ມະຫາສະໝຸດ, ໃນນັ້ນມີການຮັກສາທະເລຕາເວັນອອກເປັນເຂດທະເລແຫ່ງສັນຕິພາບ ແລະ ການຮ່ວມມື, ຮັບປະກັນຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ.  ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ 1982.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top