• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຈໍລະຈອນຄ້າຂາຍສິນຄ້າ, ການບໍລິການ ແລະ ການລົງທຶນໃນພາກພື້ນ RCEP

      ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມລັດຖະມົນຕີກາງສະໄໝ ຄັ້ງທີ 3 ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ( RCEP ) ຂຶ້ນ

ກອງປະຊຸມລັດຖະມົນຕີກາງສະໄໝ ຄັ້ງທີ 3 ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (ພາບ: ຫວຽດນາມ+)
      ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າດ້ານການຄ້າບັນດາປະເທດໃນກຸ່ມອາຊຽນ ແລະ 6 ປະເທດຄູ່ຮ່ວມມື: ອົດສະຕາລີ, ຈີນ, ສາທາລະນະລັດເກົາຫຼີ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ; ຫົວໜ້າຄະນະ ແລະ ສະມາຊິກໃນຄະນະ ໄດ້ເຈລະຈາກັບບັນດາປະເທດເຂົ້າຮ່ວມ ກ່ຽວກັບສັນຍາ RCEP.
        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ້ວນແອງ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີກາງສະໄໝ ຄັ້ງທີ 3 ເພື່ອແນໃສ່ຊຸກຍູ້ການເຈລະຈາ ມຸ່ງໄປເຖິງການສິ້ນສຸດໂດຍໄວຄື ບັນດາການນຳໄດ້ຊີ້ນຳຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ເມື່ອເດືອນກັນຍາ ປີ 2016 ຢູ່ນະຄອນຫຼວງວຽງຈັນ ປະເທດລາວ. ທ່ານລັດຖະມົນຕີ ເຈິ່ນຕ້ວນແອງ ເຊື່ອໝັ້ນວ່າ ສຳລັບວິສາຫະກິດໃນພາກພື້ນ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ, ກາງ ແລະ ນ້ອຍສຸດ ກວມອັດຕາສ່ວນກວ່າ 90 % ຂອງຈຳນວນວິສາຫະກິດໃນພາກພື້ນ, ສັນຍາ RCEP ຈະຊ່ວຍບັນດາວິສາຫະກິດເຫຼົ່ານີ້ ດຳເນີນບັນດາການເຄື່ອນໄຫວດ້ານການຄ້າໃຫ້ສະດວກກວ່າ, ສຳຜັດບັນດາແຫຼ່ງກຳລັງໃໝ່ຈາກພາຍນອກ, ເສີມຂະຫຍາຍທ່າແຮງຂອງແຕ່ລະວິສາຫະກິດ, ເພີ່ມທະວີການເຂົ້າຮ່ວມບັນດາລະບົບມູນຄ່າໃນພາກພື້ນ. ຕາມທ່ານລັດຖະມົນຕີ ເຈິ່ນຕ້ວນແອງ ແລ້ວ ຫວຽດນາມສະໜັບສະໜູນການສິ້ນສຸດ ກ່ຽວກັບການເຈລະຈາສັນຍານີ້ໃນປີ 2017 ໂດຍພື້ນຖານ. ເພື່ອຊຸກຍູ້ຄວາມຄືບໜ້າໃນການເຈລະຈາ, ບັນດາຄະນະເຈລະຈາ ຄວນສົ່ງເສີມການເຈລະຈາສອງຝ່າຍ ກ່ຽວກັບການເປີດປະຕູຕະຫຼາດໃຫ້ແທດຈິງ ເພື່ອບັນລຸໄດ້ບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດທີ່ມີຄວາມໝາຍກ່ຽວກັບດ້ານການຄ້າ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top