• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມຢູ່ ຝລັ່ງໄປນະມັດສະການຍາມຕົ້ນປີ


ຊາວ ຫວຽດນາມຢູ່ ຝລັ່ງໄປນະມັດສະການຍາມຕົ້ນປີ

      ​ໄປ​ນະມັດສະການ​ຍາມ​ຕົ້ນ​ປີ ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ຈິດ​ວີນຍານ​ຂອງ​ຊາວ ຫວຽດນາມ ຢູ່ ຝລັ່ງ, ​ເພື່ອ​ຮັກສາ​ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ ​ແລະ ສີສັນ​ວັດທະນະທຳ​ຂອງ​ຊາດ. ​ໃນ​ມື້​ທຳ​ອິດ​ຂອງ​ບຸນ​ເຕັດ, ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ພ້ອມ​ກັບ​ພະນັກງານ​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ ຝລັ່ງ​ໄດ້​ຈູດ​ທູບ​ທຽນ​ຢູ່​ແທ່ນ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ໃນ​ບໍລິ​ເວນ​ສະຖານທູດ. ຫຼັງ​ຈາກ​ນັ້ນບັນດາພະນັກງານ ​ສະຖານທູດ ​ແລະ ​ບັນດາ​ອົງການ​ຕາງໜ້າພ້ອມ​ກັນ​ໄປ​ວັດ​ ຄວງ​ຫວຽດ ​ແລະ ຈຸກ​ເລິ​ມທ່ຽນ​ວ້ຽນ ​ເພື່ອທຳ​ພິທີ​ບູຊາ​ພາວະນາ​ຂໍ​ໃຫ້​ປີ​ໃໝ່​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ. ພະ​ມາ​ຫາ​ອາຈານ ທິກ​ເຟືອ​ກ​ເດື່ອງ ຢູ່​ວັດ ຈຸກ​ເລິ​ມທ່ຽນ​ວ້ຽນ ​ໄດ້​ຝາກ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ພຸດທະສາສະນິກະຊົນທຸກຄົນທັງ​ຢູ່​ຕ່າງປະ​ເທດ ​ແລະ ຢູ່​ພາຍ​ໃນ​ປະ​ເທດ:
ຂໍ​ອວຍພອນ​ໃຫ້​ພຸດທະສາສະນິກະຊົນທຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ມີ​ຄວາມ​ວັດທະນາ​ຖາວອນ, ມີ​ວຽກ​ເຮັດ​ງານ​ທຳ​ໄດ້​ດີກ​ວ່າ​ປີ​ເກົ່າ, ​ແລະ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​​ເອື້ອ​ອຳນວຍ​ຄວາມ​ສະດວກ, ທຸກ​ຄົນ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ປາດຖະໜາ​ສິ່ງ​ໃດ ຂໍ​ໃຫ້​ໄດ້​ສິ່ງ​ນັ້ນ“.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top