• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກຫາວິທີການແກ້ໄຂຟື້ນຟູເສດຖະກິດຢູ່ນະຄອນໂຮ່ຈິມິນ

      ຕອນເຊົ້າວັນທີ 16 ຕຸລາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ "  ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມນະຄອນໂຮ່ຈິມິນ ໄລຍະ  2022- 2025" ຊຶ່ງມີການເຂົ້າຮ່ວມຂອງການນຳນະຄອນໂຮ່ຈິມິນ, ບັນດາຜູ້ຊ່ຽວຊານສາທາລະນະສຸກ, ເສດຖະກິດ, ສັງຄົມຢູ່ພາຍໃນປະເທດ.
ກອງປະຊຸມສຳມະນາວິທະຍາສາດ "  ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມນະຄອນໂຮ່ຈິມິນ ໄລຍະ  2022- 2025"
      ກ່າວຄຳເຫັນທີ່ ກອງປະຊຸມສຳມະນາວິທະຍາສາດ, ທ່ານ ຫງວຽນຊວນແທ່ງ ສັງກັດມະຫາວິທະຍາໄລ Fulbright ຢືນຢັນວ່າ :
    “  ຄວາມຈິງໃນປັດຈຸບັນ, ເຖິງວ່າໄດ້ມີຜົນກະທົບຈາກເຊື້ອໄວຣັດສາຍພັນ ແດວຕາ ກໍຕາມ, ແຕ່ບັນດາປະເທດໃດທີ່ໄດ້ສັກວັກຊິນດ້ວຍອັດຕາຫຼາຍກ່ວາ 60% ແລະ ໄດ້ເປີດປະຕູແລ້ວ, ແມ່ນຈະຍຶດໝັ້ນບໍ່ປິດປະຕູອີກ. ດຳລົງຊີວິດຢູ ່ຮ່ວມກັບໄວຣັດ ແລະ ບໍ່ປິດປະຕູການເຄື່ອນໄຫວເສດຖະກິດອີກ. ເຖິງວ່າ ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນກໍຕາມ ແຕ່ສາມາດຄວບຄຸມອັດຕາຜູ້ເປັນອາການໜັກ ແລະ ເສຍຊີວິດ ”
  ສ່ວນທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຟານວັນມ້າຍ ໃຫ້ຮູ້ວ່າ :
     “ ໂດຍພື້ນຖານແລ້ວ, ນະຄອນໂຮ່ຈິມິນສາມາດຄວບຄຸມໂລກລະບາດໄດ້ແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ໂລກລະບາດຍັງຜັນແປສັບສົນຢູ່, ທາງນະຄອນໂຮ່ຈິມິນ ຄວນມານະພະຍາຍາມຫຼາຍກ່ວາອີກເພື່ອວສາມາດຄວບຄຸມໄດ້ຢ່າງສົມບູນ ແລະ ຍືນຍົງ. ໃນສະພາບການປະຈຸບັນ, ນະຄອນໂຮ່ຈິມິນ ຄວນສຸມໃສ່ການຕ້ານໂລກລະບາດ, ທັງຕ້ອງຄິດໄລຢ່າງມີແຜນການເພື່ອຟື້ນຟູເສດຖະກິດ-ສັງຄົມ. ”
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top