• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ການາດາ ຈັດຕັ້ງການເຈລະຈາດ້ານການເງິນ - ເສດຖະກິດ ຄັ້ງທຳອິດ

      ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ.
ຮອບການເຈລະຈາ ຍຸດທະສາດການເງິນ ແລະ ເສດຖະກິດ ຈີນ - ການາດາ ຄັ້ງທຳອິດໄດ້ໄຂຂຶ້ນຢາງເປັນທາງການໃນວັນທີ 12 ພະຈິກ ໃນສະພາບການທີ່ປັກກິ່ງ ແລະ ໂອດຕາວາ ກຳລັງຊອກຫາວິທີເພີ່ມທະວີການຮ່ວມມື ແລະ ຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ. ການເຈລະຈານີ້ ໂດຍການເປັນປະທານຮ່ວມຂອງ ກຳມະການລັດຖະບານຈີນ ຫວາງຢົງ ຮ່ວມກັບລັດຖະມົນຕີກະຊວງການເງິນ ການາດາ William Morneau ແລະ ລັດຖະມົນຕີກະຊວງ ຫັນການຄ້າສາກົນເປັນຫຼາຍຮູບແບບ James Carr. ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ. ກຳມະການລັດຖະບານຈີນ ຫວາງຢົງ ໃຫ້ຮູ້ວ່າ ສັນຍານຕັ້ງໜ້າໄດ້ກະຈາຍອອກໄປ ເມື່ອສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະຮ່ວມແຮງຮ່ວມໃຈກັນປົກປ້ອງກົນໄກຫຼາຍຝ່າຍ ແລະ ໂລກາພິວັດ ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດຂອງສອງປະເທດ ແລະ ຂອງໂລກ.
ສ່ວນບັນດາ ຜູ້ຕາງໜ້າຂອງ ການາດາ ໃຫ້ຮູ້ວ່າ ໂອດຕາວາ ຖືສຳຄັນບັນດາການພົວພັນກັບຈີນ, ພ້ອມນັ້ນກໍ່ຢັ້ງຢືນວ່າສອງພື້ນຖານເສດຖະກິດມີລັກສະນະເກື້ອໜູນກັນສູງ ກໍ່ຄືມີກຳລັງບົ່ມຊ້ອນໃນການຮ່ວມມືອັນໃຫຍ່ຫຼວງ. ການາດາ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ເພື່ອໜູນຊ່ວຍ ແລະ ດັດປັບກົນໄກການຄ້າຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ ແລະ ລະບຽບກົດໝາຍ, ຍູ້ແຮງການຮ່ວມມືໃນການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ, ພ້ອມທັງຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະເປັນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top