• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ກະກຽມລົງໂທດບັນດາບຸກຄົນ ແລະ ອົງກອນ ອາເມລິກາ ທີ່ຮຽກຮ້ອງດຳເນີນການສືບສວນກ່ຽວກັບໂຄວິດ-19

      ຕາມສື່ມວນຊົນ ຈີນ ແລ້ວ, ລັດຖະບານປະເທດນີ້ ພວມກະກຽມບັນດາການກະທຳໂຕ້ຕອບຕໍ່ຝ່າຍອາເມລິກາ ເມື່ອມີໃບຮ້ອງຟ້ອງ ແລະ ຮຽກຮ້ອງໃຫ້ດຳເນີນບັນດາການສືບສວນສາກົນກ່ຽວກັບໂຄວິດ-19, ເຊິ່ງໜັງສືພິມ ຮ໊ວານຈ໊ຽວປາວ ຂອງຈີນ ເອົາລົງໃນວັນທີ 13 ພຶດສະພາ.

ທ່ານປະທານາທິບໍດີ ອາເມລິກາ  Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພາບ: FT
      ໜັງສືພິມດັ່ງກ່າວໃຫ້ຮູ້ວ່າ: ຝ່າຍ ຈີນ “ບໍ່ພໍໃຈ” ຕໍ່ເລື່ອງ ອາເມລິກາ “ສວຍໃຊ້ການຮ້ອງຟ້ອງ” ຈີນ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ປັດຈຸບັນ ລັດຖະບານ ຈີນ ພວມລົງມືກະກຽມບັນດາມາດຕະການລົງໂທດທີ່ຈຳເປັນ ຕໍ່ບັນດາສະມາຊິກລັດຖະສະພາ ອາເມລະກາ ທີ່ສະເໜີໃຫ້ມີບັນດາກົດດຳລັດຕ້ານຈີນ, ກໍ່ຄືບາງບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງຂອງລັດ Missouri ແລະ ຝ່າຍ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

 

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ປັດ​ຈຸ​ບັນ, ສ.ໂກງ​ໂກ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ການ​ລະບາດ, ດ້ວຍ​ຈຳ​ນວນ​ຜູ້​ຕິດ​ເຊ້ອ​ນັບ​ມື້​ນັບຫຼາຍ​ໃນຂອບ​ເຂດ​ ​ກວ້າງຂວາງ​ຢູ່​ເຂ​ດ​ທາງ​ທິດ​ຕາ​ເວັນ​ອອກ. ຕາມ​ຕົວ​ເລກຫຼ້າ​ສຸດ​ຂອ​ງວົງ​ການ​ເຈົ້າ​ໜ້າ​ທີ່ ໂກງ​ໂກ​ແລ້ວ, ປະ​ເທດ​ນີ້​ໄດ້​ຢັ້ງ​ຢືນມີ​ຜູ້​ຕິດ​ພະ​ຍາດ Ebola 282 ຄົນ, ​ແລະມີຜູ້​ເສຍ​ຊີ​ວິດ 42 ຄົນ.

Top