• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຍົກເລີກພາສີນຳເຂົ້າສິນຄ້າຜະລິດຕະພັນກະເສດບາງປະເພດໃຫ້ 5 ປະເທດອາຊີ

      ຕາມ AFP ແລ້ວ, ວັນທີ 26 ມິຖຸນາ, ຈີນ ຢັ້ງຢືນວ່າ ຈະຍົກເລີກພາສີໃຫ້ບາງປະເພດສິນຄ້າ, ໃນນັ້ນມີໝາກຖົ່ວເຫຼືອງ ນຳເຂົ້າຈາກ 5 ປະເທດອາຊີ ໃນສະພາບມີໄພເກີດສົງຄາມການຄ້າລະຫວ່າງຈີນ ແລະ ອາເມລິກາ ອາດພາໄປເຖິງເພີ່ມລາຄາໝາກຖົ່ວເຫຼືອງ.
ຄືດັ່ງສ່ວນໜຶ່ງໃນສັນຍາການຄ້າອາຊີ - ປາຊີຟິກ ສຳລັບບັນດາປະເທດ ບັງກະລາເທດ, ອິນເດຍ, ລາວ, ສ.ເກົາຫຼີ ແລະ ສີລັງກາ, ຈີນ ຈະຫຼຸດອັດຕາພາສີນຳເຂົ້າລົງ 0% ສຳລັບບັນດາຜະລິດຕະພັນກະເສດສຳຄັນ, ພ້ອມກັນນັ້ນ, ກໍ່ຫຼຸດຜ່ອນອັດຕາພາສີໃຫ້ຜະລິດຕະພັນອື່ນນັບສິບປະເພດ ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນໄປ.
      ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ກ່ອນ 5 ວັນເມື່ອຈີນ ຄາດວ່າຈະຈັດວາງອັດຕາພາສີໃໝ່ສຳລັບສິນຄ້າທີ່ນຳເຂົ້າຈາກອາເມລິກາ, ເຊິ່ງແມ່ນນັກສະໜອງຜະລິດຕະພັນກະເສດໃຫຍ່ຄື ໝາກຖົ່ວເຫຼືອງ, ເຊິ່ງແມ່ນຜະລິດຕະພັນທີ່ໄດ້ນ້ຳໃຊ້ຢ່າງກ້ວາງຂວາງໃນຂະແໜງລ້ຽງສັດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top