• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນແຂກສາກົນມາຫວຽດນາມເພີ່ມຂຶ້ນສູງ

ພາບປະກອບ
      ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽ​ດນາມ ​ໃຫ້​ຮູ້​ວ່າ, ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຈຳນວນ​ແຂກ​ສາກົນ​ເຂົ້າມາທ່ອງ​ທ່ຽວ ຫວຽດນາມ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄາດ​ວ່າ, ຍອດ​ຈຳນວນ​ແຂກ​ສາກົນ​ມາ​ທ່ອງ​ທ່ຽວ​ຢູ່ ຫວຽດນາມ ຮອດ​ເດືອນ 8 ນີ້​ບັນລຸ​ເກືອບ 6,5 ລ້ານ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 25,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ເພີ່ມ​ຂຶ້ນ​ລວມມີ: ຮົ່ງກົງ (ປະ​ເທດ​ຈີນ), ຈີນ, ຖັດມາ​ແມ່ນ ສ. ​ເກົາຫຼີ, ​ໄທ, ອີ​ຕາ​ລີ, ປອກຕູຍ​ການ, ລາວ, ນິວຢີ​ແລນ, ລັດ​ເຊຍ, ຊູ​​ແອດ… ສະ​ເພາະ​ແຂກ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ຫລຸດ​ລົງ​ປະ​ມານ 12,9%. ​ໃນ​ຂະນະ​ນັ້ນ, ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ກ່ວາ 43 ລ້ານ​ເທື່ອ​ຄົນ​ດ້ວຍ​ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ 265.000 ຕື້​ດົ່ງ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top