• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ເສຍຊີວິດໃນທົ່ວໂລກຍ້ອນໂລກລະບາດ Covid – 19 ແມ່ນຫຼາຍກ່ວາ 3000 ຄົນ

      ວັນທີ 2 ມີນາ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດອັກເສບປອດ Covid -19 ໃນທົ່ວໂລກໄດ້ລືນກາຍຈຳນວນ 3000ຄົນ, ພາຍຫຼັງ ຈີນປະກາດມີຜູ້ເສຍຊີວິດຕື່ມອີກ 42 ຄົນໃນວັນທີ 1 ມີນາ.

(ພາບປະກອບ: TTXVN)
      ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ ບັນດາຜູ້ເສຍຊີວິດທັງໝົດລ້ວນແຕ່ຢູ່ແຂວງຮູເປີຍ, ເຊິ່ງເປັນເຂດເກີດໂລກລະບາດຢູ່ປະເທດນີ້. ໃນວັນທີ 1 ມີນາ, ຈີນ ໄດ້ຢັ້ງຢືນຜູ້ຕິດໂລກພະຍາດຕື່ມອີກ 200 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອຕື່ມອີກຢູ່ປະເທດນີ້ ຂຶ້ນເປັນ 80.026 ຄົນ. ນີ້ແມ່ນຕົວເລກຈຳນວນຜູ້ຕິດໂລກພະຍາດໜ້ອຍທີ່ສຸດຢູ່ຈີນ ໂດຍໄລ່ຕໍ່ວັນນັບແຕ່ທ້າຍເດືອນມັງກອນທີ່ຜ່ານມາມາຮອດປັດຈຸບັນ.
        ໃນຂະນະນັ້ນ, ການແຜ່ລະບາດຂອງໂລກລະບາດ Covid – 19 ຢູ່ບັນດາປະເທດ ເອີລົບຕາເວັນຕົກ ກໍ່ບໍ່ມີສັນຍານຫຼຸດລົງ, ເປັນຕົ້ນແມ່ນ ອີຕາລີ, ເຢຍລະມັນ, ແອັດສປາຍ ແລະ ອັງກິດ.
        ຕອນຄ່ຳວັນທີ 1 ມີນາ, ກະຊວງສາທາລະນະສຸກ ອີຕາລີໄດ້ປະກາດວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ 550 ຄົນ, ຍົກຈຳນວນຜູ້ຕິດເຊື້ອ Virus Sars – CoV2 ຢູ່ປະເທດນີ້ຂຶ້ນເປັນ 1688 ຄົນ, ໃນນັ້ນມີຜູ້ເສຍຊີວິດ 34 ຄົນ.
 (ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top