• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງບັນດາການເຄື່ອນໄຫວຢ່າງຟົດຟື້ນມ່ວນຊືນ ເພື່ອສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

      ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”. 

ທ່ານ ຟ້າມຮົ່ງເຊີນ ເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກ່າວຄໍາເຫັນໄຂການໂອ້ລົມສົນທະນາ (ພາບ: tuoitre.vn)
      ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (3/2/1930 – 3/2/2020), ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”. ຢູ່ຮ່າໂນ້ຍ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊຶເທີດ ກໍໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ແນວຄິດປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງ ແລະ ປັບປຸງພັກ”. ເພື່ອໃຫ້ສະມາຊິກພັກຜູ້ໜຸ່ມແໜ້ນ ຫວນຄືນມູນເຊື້ອອັນສະຫງ່າອົງອາດຂອງພັກ ກອມມູນິດຫວຽດນາມ ໃນ 90 ປີຜ່ານມາ, ຕອນຄໍ່າວັນທີ 3 ມັງກອນ, ຄະນະຊາວໜຸ່ມແຂວງ ຝູອຽນ ໄດ້ຈັດຕັ້ງເວທີປາໄສ “ໄວໜຸ່ມຝູອຽນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ” ເຊັ່ນດຽວກັນ. ສ່ວນຢູ່ແຂວງດັກນົງ, ໃນວັນດຽວກັນ ກໍໄດ້ຈັດຕັ້ງງານພົບປະສັງສັນ ສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top