• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງເອກະສານ “ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”

ງານ​ວາງ​ສະ​ແດງເອ​ກະ​ສານ “ຮ​່​ວາງ​ຊາ,ເຈືອງ​ຊ​າ​ຂອງ​ຫວຽດ​ນາມ
ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ”
(ພາບ: TTXVN)
      ວັນ​ທີ 17/03, ຢູ່​ເມືອງ ລາງ​ແຈ໋ງ, ແຂວງ​ແທງ​ຮ໋ວ​າ, ພະ​ແນກ​ຖະ​ແຫຼງ​ຂ່າວ​ - ສື​່​ສານແຂວງ​ແທງ​ຮ໋​ວາ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ລາງ​ແຈ໋ງ ໄຂ​ງານ​ວາງ​ສະ​ແດງ​ເຄ​ື່ອນ​ທີ່​ແນະ​ນ​ຳ​ເອ​ກະ​ສານ “ຮ​່​ວາງ​ຊາ, ເຈືອງ​ຊ​າ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ”. ງານ​ວາງ​ສະ​ແດງເຄ​ື່ອນ​ທີ່​ໄດ້​​ແນະ​ນຳວັດ​ຖຸ​ພັນ, ເອ​ກະ​ສານກວ່າ 200 ຢ່າງ, ແມ່ນ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ, ພື້ນ​ຖານ​ດ້ານ​ກົດ​ໝາຍສ່ວນ​ໜຶ່ງ​ທີ່​ພິ​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ.
        ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ໄດ້​ເປີດ​ປະ​ຕູ, ຮັບ​ໃຊ້​ປະ​ຊາ​ຊົນ​ເມືອງ ລາງ​ແຈ໋ງ ມາ​ຢ້ຽມ​ຊົມ, ຊອກ​ຮູ້ ຮອດ​ວັນ​ທີ 20/03. ຫຼັງ​ຈາກນັ້ນ​ງານ​ວາງ​ສະ​ແດງ​ເຄ​ື່ອນ​ທີ່​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ບັນ​ດາ​ຫົວ​ໜ່ວຍ, ທ້ອງ​ຖິ່ນ​ອື່ນໆ​ໃນ​ແຂວງ​ຄື: ເມືອງ​ບ໋າ​ເຟື໋ອກ, ເກີມ​ທຸຍ, ທ້ຽວ​ຮ໋​ວາ, ດົງ​ເຊີນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ຮົ່ງ​ດຶກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top