• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ຍີ່ປຸ່ນ ຜ່ານລາຍການ “ຊຸດເສື້ອຍາວ ແລະ ດອກໄມ້ຜ້າທີ່ເປັນມູນເຊື້ອຍີ່ປຸ່ນ Tsumami”

ໃນງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ບັນດານັກສິລະປິນຍີ່ປຸ່ນ ສືບຕໍ່ເຂົ້າຮ່ວມແນະນຳເຖິງມະຫາຊົນສິລະປະດອກໄມ້ຜ້າ Tsumami ຍີ່ປຸ່ນ.

(ດອກໄມ້ຜ້າທີ່ເປັນມູນເຊື້ອ Tsumami (ດອກໄມ້ເຮັດດ້ວຍຜ້າ)

ໃນຂອບເຂດບັນດາການເຄື່ອນໄຫວຂອງງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ວັນທີ 10 ມີນາ, ພະແນກທ່ອງທ່ຽວນະຄອນໂຮ່ຈິມິນ, ໄດ້ສົມທົບກັບຫໍພິພິທະພັນເສື້ອຍາວ ແລະ ສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຈັດງານພົບປະແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ ດ້ວຍຫົວຂໍ້ວ່າ “ຊຸດເສື້ອຍາວແລະດອກໄມ້ຜ້າທີ່ເປັນມູນເຊື້ອຍີ່ປຸ່ນ Tsumami”.

        ທີ່ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 5 ປີ 2018, ນັກສິລະປະການ Takahashi (ຍີ່ປຸ່ນ) ໄດ້ແນະນຳກ່ຽວກັບສີລະປະດອກໄມ້ຜ້າທີ່ເປັນມູນເຊື້ອ Tsumami (ດອກໄມ້ເຮັດດ້ວຍຜ້າ). ກໍ່ໃນໂອກາດນັ້ນ, ນັກອອກແບບ - ນັກແຕ້ມ ຊີ໊ຮ່ວາງ ໄດ້ເອົາຄວາມງາມຂອງດອກໄມ້ຜ່າTsumami ປະສົບກັບຄວາມງາມຂອງຊຸດເສື້ອຍາວຫວຽດນາມ. ຜ່ານນັ້ນໄດ້ສ້າງເປັນບັນດາຜະລິດຕະພັນວັດທະນະທຳ - ສິລະປະໃໝ່, ເຂັ້ມຂົ້ນໄປດ້ວຍສີສັນຂອງແຕ່ລະປະເທດ, ທັງສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ 2 ປະເທດ. ໂດຍເສີມຂະຫຍາຍໝາກຜົນອັນດີງາມນັ້ນ, ໃນງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ບັນດານັກສິລະປິນຍີ່ປຸ່ນ ສືບຕໍ່ເຂົ້າຮ່ວມແນະນຳເຖິງມະຫາຊົນສິລະປະດອກໄມ້ຜ້າ Tsumami ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top