• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບິ່ງ 2018

      ທີ່ງານບຸນ, ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດູດດື່ມໄດ້ຮັບການຈັດຕັ້ງຄື: ງານວາງສະແດງພາບປຸກລະດົມຂະໜາດໃຫຍ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນປະຫວັດສາດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

ການສະແດງອາພອນສະໄໝທີ່ພິທີໄຂ 
      ຕອນຄ່ຳວັນທີ 28 ຕຸລາ, ຢູ່ນະຄອນ ນີງບິ່ງ, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ນີງບິ່ງ ຈັດຕັ້ງພິທີໄຂງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ  - ນີງບີ່ງ ປີ 2018 ດ້ວຍຫົວຂໍ້ວ່າ “ດິນແດນພັນປີ”.
        ທີ່ງານບຸນ, ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດູດດື່ມໄດ້ຮັບການຈັດຕັ້ງຄື: ງານວາງສະແດງພາບປຸກລະດົມຂະໜາດໃຫຍ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນປະຫວັດສາດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງຮູບຖ່າຍສິລະປະ “ຜ່ານເຂດມໍລະດົກຕ່າງໆ”; ງານວາງສະແດງເອກະສານ, ວັດຖຸພັນ ແລະ ວັດຖຸບູຮານ; ງານວາງສະແດງວິຈິດສິນ, ຮູບຖ່າຍ “ເຂດດິນແດນ ແລະ ຊາວນີງບີ່ງ”… ທ່ານ ດິງວັນດ໊ຽນ, ປະທານຄະນະກຳມະການປະຊາຊົນແຂວງ ນີງບີ່ງ, ໃຫ້ຮູ້ວ່າ:
        ງານບຸນໄດ້ຮັບການຈັດຕັ້ງຢູ່ນີງບີ່ງ ປະກອບສ່ວນເຮັດໃຫ້ບັນດາເຫດການສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ ໃຫ້ອຸດົມສົມບູນຂຶ້ນຕື່ມ. ງານບຸນນີ້ມີຄວາມໝາຍສຳຄັນໃນການແນະນຳ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດ ແລະ ມໍລະດົກວັດທະນະທຳຂອງນີງບີ່ງ, ສ້າງກຳລັງໜູນຊຸກຍູ້, ພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ຕິດພັນກັບບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ເຂດ.
        ທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບໃບຢັ້ງຢືນຂອງນາຍົກລັດຖະມົນຕີ ກ່ຽວກັບການຮັບຮອງວັດຖຸປະເສີດຂອງຊາດໃຫ້ແກ່ແຂວງ ນີງບິ່ງ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top