• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 37, ວັນທີ 14 ກັນຍາ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການໄກ່ເກັ່ຍປອງດອງ, ສົນທະນາຢູ່ສານ....

(ພາບ: 
quochoi.vn)

ກົດໝາຍວ່າດ້ວຍການ ປັບປຸງ ແລະ ເພີ່ມເຕີມ ບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຄາດວ່າ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະເຮັດວຽກປະມານ 23 ວັນ ແລະ ຈະໄຂຂຶ້ນໃນວັນທີ 21 ຕຸລາຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະສະຫງວນເວລາ 12 ວັນໃຫ້ແກ່ວຽກງານນິຕິບັນຍັດ; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 10 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ. ສະພາແຫ່ງຊາດກໍ່ຈະພິຈາລະນາ, ຕົກລົງບັນດາບັນຫາດ້ານເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ; ແຜນຮ່າງສັງລວມກ່ຽວກັບການລົງທຶນພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດ; ພິຈາລະນາບັນດາບົດລາຍງານກ່ຽວກັບວຽກງານຕຸລາການ; ການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄະດີ ແລະ ວຽກງານປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ; ປະຕິບັດການຕິດຕາມກວດກາຫົວເລື່ອງສະເພາະ ແລະ ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top