ຂ່າວສານ ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 14 15/09/2019 ໂດຍສືບຕໍ່ວາລະປະຊຸມຄັ້ງທີ 37, ວັນທີ 14 ກັນຍາ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການໄກ່ເກັ່ຍປອງດອງ, ສົນທະນາຢູ່ສານ.... (ພາບ: quochoi.vn) ກົດໝາຍວ່າດ້ວຍການ ປັບປຸງ ແລະ ເພີ່ມເຕີມ ບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຄາດວ່າ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະເຮັດວຽກປະມານ 23 ວັນ ແລະ ຈະໄຂຂຶ້ນໃນວັນທີ 21 ຕຸລາຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະສະຫງວນເວລາ 12 ວັນໃຫ້ແກ່ວຽກງານນິຕິບັນຍັດ; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 10 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ. ສະພາແຫ່ງຊາດກໍ່ຈະພິຈາລະນາ, ຕົກລົງບັນດາບັນຫາດ້ານເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ; ແຜນຮ່າງສັງລວມກ່ຽວກັບການລົງທຶນພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດ; ພິຈາລະນາບັນດາບົດລາຍງານກ່ຽວກັບວຽກງານຕຸລາການ; ການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄະດີ ແລະ ວຽກງານປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ; ປະຕິບັດການຕິດຕາມກວດກາຫົວເລື່ອງສະເພາະ ແລະ ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ. (ແຫຼ່ງຄັດຈາກ VOV)

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 37, ວັນທີ 14 ກັນຍາ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການໄກ່ເກັ່ຍປອງດອງ, ສົນທະນາຢູ່ສານ.... (ພາບ: quochoi.vn) ກົດໝາຍວ່າດ້ວຍການ ປັບປຸງ ແລະ ເພີ່ມເຕີມ ບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຄາດວ່າ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະເຮັດວຽກປະມານ 23 ວັນ ແລະ ຈະໄຂຂຶ້ນໃນວັນທີ 21 ຕຸລາຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະສະຫງວນເວລາ 12 ວັນໃຫ້ແກ່ວຽກງານນິຕິບັນຍັດ; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 10 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ. ສະພາແຫ່ງຊາດກໍ່ຈະພິຈາລະນາ, ຕົກລົງບັນດາບັນຫາດ້ານເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ; ແຜນຮ່າງສັງລວມກ່ຽວກັບການລົງທຶນພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດ; ພິຈາລະນາບັນດາບົດລາຍງານກ່ຽວກັບວຽກງານຕຸລາການ; ການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄະດີ ແລະ ວຽກງານປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ; ປະຕິບັດການຕິດຕາມກວດກາຫົວເລື່ອງສະເພາະ ແລະ ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ. (ແຫຼ່ງຄັດຈາກ VOV)