• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ການ​ຊ່ວຍ​ໜູນ​ເງິນ 62.000 ຕື້​ດົງ​ໃຫ້​ແກ່​ປະ​ຊາ​ຊົນຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນໂລກລະບາດ​ໂຄ​ວິດ - 19

ຕອນເຊົ້າວັນທີ 8 ເມສາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມວິສາມັນ ເພື່ອປະກອບຄໍາເຫັນໃສ່ມາດຕະການໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ໂດຍລັດຖະບານໄດ້ສະເໜີມາ. 

ກອງປະຊຸມວິສາມັນຂອງຄະນະປະຈໍາສະພາແຫ່ງຊາດ (ພາບ: quochoi.vn)

ນີ້ແມ່ນບັນດາເນື້ອໃນສໍາຄັນ ແລະ ຮີບດ່ວນຕ້ອງໄດ້ຕົກລົງ, ຜັນຂະຫຍາຍປະຕິບັດໃຫ້ທັນການໃນສະພາບການປັດຈຸບັນ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງເລື່ອງລັດຖະບານ ໄດ້ເປັນເຈົ້າການ ແລະ ເດັດດ່ຽວໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍຄືເອົາໃຈໃສ່ເຖິງບັນຫາຟື້ນຟູການຜະລິດ, ດໍາເນີນທຸລະກິດໃຫ້ເປັນປົກກະຕິ, ການໜູນຊ່ວຍສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ... ພິເສດແມ່ນຍົກອອກບັນດານະໂຍບາຍ, ມາດຕະການໜູນຊ່ວຍປະຊາຊົນ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.

    ພາຍຫຼັງທີ່ໄດ້ປຶກສາຫາລື, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີປະກາດໃຊ້ບາງນະໂຍບາຍຊ່ວຍໜູນປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ດ້ວຍຂອບຂະໜາດທີ່ຄາດວ່າ ແມ່ນປະມານ 62.000 ຕື້ດົງ. 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງປະກາດໃຊ້ນະໂຍບາຍຕ່າງໆ, ບັນດາກະຊວງ, ຂະແໜງການທຸກຂ້ັນ ຕ້ອງເປັນເຈົ້າການ, ຈັດຕັ້ງປະຕິບັດໃນທັນທີ ເພື່ອຮັບປະກັນໃຫ້ແກ່ການໜູນຊ່ວຍປະຊາຊົນໄດ້ຢ່າງທັນການ ແລະ ມີປະສິດທິຜົນ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top