• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາສະພາແຫ່ງຊາດ ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງ ລັດຖະບັນຍັດ 04 ສະບັບ ທີີ່ກ່ຽວຂ້ອງເຖິງການວາງແຜນຜັງ

ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ລ້ວນແຕ່ໄດ້ເຫັນດີຕໍ່ໃບສະເໜີຂອງລັດຖະບານ ກ່ຽວກັບເລື່ອງປັບປຸງລັດຖະບັນຍັດຄຸ້ມຄອງຕະຫຼາດຕາມທິດ ລົບລ້າງຄໍາວ່າ “ວາງແຜນຜັງ”
ຕອນເຊົ້າວັນທີ 22 ທັນວາ, ຢູ່ສໍານັກງານສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດ 4 ສະບັບ ທີ່ກ່ຽວຂ້ອງເຖິງການວາງແຜນຜັງ ດ້ວຍອັດຕາສ່ວນສະໜັບສະໜູນສູງ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານກອງປະຊຸມ (ພາບ:quochoi.vn)

ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ລ້ວນແຕ່ໄດ້ເຫັນດີຕໍ່ໃບສະເໜີຂອງລັດຖະບານ ກ່ຽວກັບເລື່ອງປັບປຸງລັດຖະບັນຍັດຄຸ້ມຄອງຕະຫຼາດຕາມທິດ ລົບລ້າງຄໍາວ່າ “ວາງແຜນຜັງ”.  ເລື່ອງພັດທະນາກໍາລັງຄຸ້ມຄອງຕະຫຼາດ ຈະໄດ້ປະຕິບັດຕາມແຜນການພັດທະນາກໍາລັງຄຸ້ມຄອງຕະຫຼາດ.

        ລັດຖະບັນຍັດບຸລິມະສິດສໍາລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຮັບການປັບປຸງ, ເພີ່່ມເຕີມ ຕາມທິດຂອງ ກະຊວງແຮງການ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາອົງການກ່ຽວຂ້ອງ ກໍານົດບັນດາກິດຈະກໍາຈາລຶກຄຸນງາມຄວາມດີທະຫານເສຍສະຫຼະຊີວິດເພື່ອຊາດໃນບັນດາແຜນຜັງທີ່ກ່ຽວຂ້ອງ. ຕາມກົດໝາຍວ່າດ້ວຍການວາງຜັງແລ້ວ, ການວາງແຜນຜັງບັນດາກິດຈະກໍາຈາລຶກຄຸນງາມຄວາມດີຂອງທະຫານເສຍສະຫຼະຊີວິດເພື່ອຊາດ ຈະບໍ່ໄດ້ສ້າງຕ່າງຫາກ ເຊິ່ງຈະແມ່ນເນື້ອໃນນອນໃນແຜນການວາງແຜນຜັງຂອງເຂດ, ການວາງແຜນຜັງຂອງແຂວງ ຫຼືຂອງຕົວເມືອງ ແລະ ຊົນນະບົດ. ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ແມ່ນໄດ້ເຫັນດີຕໍ່ຂໍ້ສະເໜີຂອງລັດຖະບານ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top